
ເມື່ອວັນທີ 20 ສິງຫາ 2026 ທີ່ຫ້ອງປະຊຸມໃຫຍ່ (ຊັ້ນ 3 ຕຶກສົມໄຊ) ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ໄດ້ມີການຈັດພິທີມອບ-ຮັບໃບຍ້ອງຍໍ ແລະ ຫຼຽນຊາວໜຸ່ມຕະລຸມບອນ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເປັນກຳລັງໃຈໃຫ້ແກ່ ຄະນະນຳ, ຄູຝຶກ ແລະ ນັກກິລາທີມຊາດລາວ ທີ່ສ້າງຜົນງານ ແລະ ສ້າງຊື່ສຽງໃຫ້ປະເທດຊາດ ໃນການເຂົ້າຮ່ວມງານມະຫາກຳກິລາຊີເກມ ຄັ້ງທີ 33, ງານມະຫາກຳກິລາພາຣາເກມ ຄັ້ງທີ 13 ແລະ ງານມະຫາກຳກິລາບານເຕະນັກສຶກສາ ສາກົນ ຄັ້ງທີ 1.
ໃຫ້ກຽດເປັນປະທານ ແລະ ມອບໂດຍ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມີທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ມີຄະນະນຳ, ປະທານ, ຮອງປະທານ, ຄູຝຶກ ແລະ ນັກກິລາ ທີ່ເຂົ້າຮ່ວມງານມະຫາກຳກິລາຊີເກມ ຄັ້ງທີ 33, ງານມະຫາກຳກິລາພາຣາເກມ ຄັ້ງທີ 13 ແລະ ງານມະຫາກຳກິລາບານເຕະນັກສຶກສາ ສາກົນ ຄັ້ງທີ 1.



