
ເມື່ອລະຫວ່າງວັນທີ 25-27 ສິງຫາ ຜ່ານມາ ນັກສຳມະນາກອນຈາກ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມ ແລະ ສຳເລັດການຝຶກອົບຮົມພັດທະນາຄູຝຶກ (ASEAN-Japan Training Course on Action Sports Training for Coach Developers) ຈັດຂື້ນໃນທີ່ເມືອງປຸດຕຣາຈາຢາ, ປະເທດມາເລເຊຍ. ພາຍໃຕ້ໂຄງການຮ່ວມມື ອາຊຽນ-ຍີ່ປຸ່ນ ດ້ານກິລາ (SPORT FOR TOMORROW) ອົງການກິລາແຫ່ງປະເທດຍີ່ປຸ່ນ, ອາຊຽນ ເປັນໂຄງການພັດທະນານະໂຍບາຍ ແລະ ການສ້າງຂີດຄວາມສາມາດໃຫ້ແກ່ຄູຝຶກກິລາ ໃນບັນດາປະເທດສະມາຊິກອາຊຽນ ແລະ ທັງເປັນກອງປະຊຸມປຶກສາຫາລືກ່ຽວກັບການອອກແບບໂຄງຮ່າງການພັດທະນາຄູຝຶກ ມີທັງໝົດ 11 ປະເທດສະມາຊິກອາຊຽນ ແລະ ຍີ່ປຸ່ນ ລວມທັງໝົດຜູ້ເຂົາຮ່ວມ 42 ທ່ານ ເຊິ່ງໃນນັ້ນມີຕົວແທນຈາກ ສປປ ລາວ ຈໍານວນ 3 ທ່ານ ປະກອບມີ ທ່ານ ອຳໄພວັນ ຈັນທະລາວົງ ຄູຝຶກກິລາບານເຕະ, ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປີໄຊ ສຸວັນໄຊ ຄູຝຶກກິລາບານສົ່ງ ສະຫະພັນບານສົ່ງແຫ່ງຊາດລາວ ແລະ ທ່ານ ນາງ ວອນຈັນ ພົມມະວົງສີ ວິຊາການ ກົມມວນຊົນ, ພະລະ ແລະ ສິລະປະສຶກສາ (ຜູ້ປະສານງານວຽກງານກິລາອາຊຽນ).

ການເຂົ້າຮ່ວມຝຶກອົບຮົມພັດທະນາຄູຝຶກ ໄດ້ດໍາເນີນເປັນ 2 ແບບ ຄື: 1. ເປັນການຝຶກອົບຮົມຍົກລະດັບຄູຝຶກກິລາ ທັງການຮຽນຮູ້ດ້ານເຕັກນິກ ແລະ ທິດສະດີ ໃນຫຼັກການ ການເປັນຄູຝຶກກິລາ (Coaching) ແລະ ການເປັນຄູຝຶກຂອງຄູຝຶກກິລາ (Coach Developer) ແລະ 2. ການປຶກສາຫາລືກ່ຽວກັບການອອກແບບໂຄງຮ່າງການພັດທະນາຄູຝຶກ ຮ່ວມກັນທັງໝົດ 10 ປະເທດສະມາຊິກອາຊຽນ ແລະ ຍີ່ປຸ່ນ ດ້ວຍການຈັດເປັນກຸ່ມ ເພື່ອແລກປ່ຽນບົດຮຽນກັບປະເທດເພື່ອນມິດ ໄດ້ຮັບຟັງການເຜີຍແຜ່ວິທີ ແລະ ຂັ້ນຕອນການສ້າງຄູຝຶກກິລາພາຍໃນປະເທດ ກ່ອນກ້າວໄປສູ່ລະດັບສາກົນ ຂອງປະເທດ ມາເລເຊຍ, ສິງກະໂປ ແລະ ຍີ່ປຸ່ນ.





