ມອບ-ຮັບ ອຸປະກອນກິລາ 7 ປະເພດ ເພື່ອສົ່ງເສີມ ແລະ ພັດທະນາກິລາລາວ

          ເມື່ອວັນທີ 17 ກໍລະກົດ ທີ່ຜ່ານມາ ຢູ່ທີ່ສະຖາບັນກິລາ-ກາຍຍະກຳ (ສີເກີດ) ເມືອງນາຊາຍທອງ ນະຄອສຫລງງວຽວຈັນ ໄດ້ມີພິທີມອບ-ຮັບອຸປະກອນກິລາຂອງ 7 ປະເພດກິລາ ຈາກໂຄງການ Capacity Building for Sport Sciences on High Performance Sport (Elite Sport) Department ພາຍໃຕ້ວຽກງານການຮ່ວມມືເພື່ອການພັດທະນາ ໄທ-ລາວ ໄລຍະ 3 ປີ ຂື້ນ. ຮັບກຽດຕ່າງໜ້າຮັບໂດຍ ທ່ານ ກີ່ງລັດຕະນະ ທອງສະໝຸດ ວ່າການແທນຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ; ທ່ານ ສີຈັນ ຈິດຕະປັນຍາ ວ່າການແທນຫົວໜ້າກົມກິລາລະດັບສູງ ແລະ ມອບໂດຍ ທ່ານ ນາງ ພິມວະດີ ໂສວະຣິດຕະນະວົງ ຮອງອະທິການບໍດີກົມຄວາມຮ່ວມມືລະຫວ່າງປະເທດ; ທ່ານ ນາງ ຊັດສະຣັນ ເລີດກຽດຕິວົງ, ຜູ້ອໍານວຍການກອງຄວາມຮ່ວມມື ເພື່ອການພັດທະນາ ລະຫວ່າງ ປະເທດ ໂດຍມີທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຕ່າງໜ້າຈາກກະຊວງການຕ່າງປະເທດ; ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ; ຜູ້ອຳນວຍການ ກອງສູນຝຶກກິລາແຫ່ງຊາດໄທ, ບັນດາຜູ້ແທນຈາກ 7 ສະຫະພັນກິລາແຫ່ງຊາດລາວ; ພະນັກງານ; ຄູ-ອາຈານ ແລະ ນ້ອງໆ ນັກຮຽນນັກສຶກສາ ເຂົ້າຮ່ວມເປັນສັກຄີພະຍານ.
         ສຳລັບ ພິທີມອບ-ຮັບໃນຄັ້ງນີ້ ແມ່ນມີອຸປະກອນກິລາສຳລັບ 7 ປະເພດກິລາ ປະກອບມີ ກິລາມວຍສາກົນ, ກິລາເທຄວັນໂດ້, ກິລາຍົກນ້ຳໜັກ, ກິລາກະຕໍ້, ກິລາແລ່ນ-ລານ, ກິລາຢູໂດ ແລະ ກິລາລົດຖີບ ລວມມູນຄ່າທັງໝົດ 3,819,595 ບາດ (ປະມານ 2,500,000,000 ກີບ), ເຊີ່ງອຸປະກອນທັງໝົດ ແມ່ນຈະນຳໃຊ້ ແລະ ຝຶກຊ້ອມຢູ່ທີ່ສະຖາບັນກິລາ-ກາຍຍະກຳ.
Scroll to Top