ສືບຕໍ່ສາຍຜົວພັນໂຄງການຮ່ວມມືລາວ-ໄທ ພັດທະນາກິລາຢູ່ ສປປ ລາວ

          ເມື່ອວັນທີ 28 ພຶດສະພາ 2025 ທີ່ຫ້ອງປະຊຸມກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ (ຕຶກເຈົ້າອານຸວົງ) ທີມງານຈາກສະຖານທູດໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າພົບທ່ານ ສີຈັນ ຈິດຕະປັນຍາ ວ່າການແທນຫົວຫນ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ເພື່ອລາຍງານການນຳເຂົ້າອຸປະກອນທີ່ທາງ TICA ຈະມອບໃຫ້ ສປປ ລາວ ກໍ່ຄື ກົມກິລາລະດັບສູງ ໂດຍຕິດຕັ້ງທີ່ສະຖາບັນກິລາ-ກາຍຍະກຳ ແລະ ນຳໃຊ້ຮ່ວມກັນລະຫວ່າງ ສະຫະພັນກິລາແຫ່ງຊາດ ແລະ ສະຖາບັນກິລາ-ກາຍຍະກຳ ພາຍໃຕ້ໂຄງການຮ່ວມມືລາວ-ໄທ ໄລຍະ 2 ປີ 2022-2024

Scroll to Top