
ກົມກິລາລະດັບສູງ ປະຊຸມຮ່ວມກັບຄູຝຶກຄະນະກິລາລາວ ກະກຽມເຂົ້າຮ່ວມການແຂ່ງຂັນງານມະຫາກຳກິລາຊາວຫນຸ່ມອາຊີ ຄັ້ງທີ3 ທີ່ຣາຊອານາຈັກບາເຣນ ໃນເດືອນຕຸລາ 2025
ກອງປະຊຸມດັ່ງກ່າວ ແມ່ນໄດ້ຈັດຂື້ນໃນວັນທີ 8 ກັນຍາ 2025 ທີ່ຫ້ອງປະຊຸມ ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ (ຕຶກເຈົ້າອານຸວົງ) ໃຫ້ກຽດເປັນປະທານໂດຍ ທ່ານ ຈັນທະວົງ ປັນຍາສິລິ ຮອງຫົວໜ້າກົມກິລາລະດັບສູງ ພ້ອມດ້ວຍຄະນະນຳພາ, ຜູ້ປະສານງານ ແລະ ບັນດາຜູ້ຕາງໜ້າ 7 ປະເພດກິລາເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມແມ່ນໄດ້ໂອ້ລົມ ແລະ ປຶກສາຫາລື ກ່ຽວກັບການກະກຽມເຂົ້າຮ່ວມງານມະຫາກຳກິລາຊາວຫນຸ່ມອາຊີ ຄັ້ງທີ3 ທີ່ຣາຊອານາຈັກບາເຣນ ລະຫວ່າງວັນທີ 22-31 ຕຸລາ 2025 ໂດຍ ສປປ ລາວ ແມ່ນຈະເຂົ້າຮ່ວມທັງໝົດ 7 ປະເພດກິລາ ປະກອບມີ 3 ປະເພດກິລາທີ່ລັດຖະບານຮັບຜິດຊອບ ມີຄື : ກິລາຢູໂດ; ກິລາຈູຈິດຊູ ແລະ ກິລາອີສະປອດ ແລະ 4 ປະເພດກິລາທີ່ໄດ້ຮັບການຊ່ວຍເຫຼືອຈາກຄະນະກຳມະການກິລາໂອແລມປິກແຫ່ງຊາດ ມີຄື : ກິລາແລ່ນ-ລານ; ກິລາດອກປິກໄກ່; ກິລາລອຍນ້ຳ ແລະ ກິລາປີ່ງປ່ອງ.






