
ເມື່ອວັນທີ 5 ກຸມພາ 2026 ທີ່ຫ້ອງປະຊຸມກົມກິລາລະດັບສູງ ສສກ ໄດ້ມີການຈັດກອງປະຊຸມແລກປ່ຽນບົດຮຽນ ການຈັດງານມະຫາກຳກິລາແຫ່ງຊາດ ເພື່ອກະກຽມໃຫ້ແກ່ການເປັນເຈົ້າພາບງານມະຫາກຳກິລາແຫ່ງຊາດຄັ້ງທີ XIII, ໃນປີ 2028 ທີ່ແຂວງຈຳປາສັກ ເປັນເຈົ້າພາບຂື້ນ. ໃຫ້ກຽດເປັນປະທານໂດຍ ທ່ານ ບຸນມາ ທຳມະວັງ ຮອງຫົວໜ້າກົມກິລາລະດັບສູງ ພ້ອມດ້ວຍຄະນະ, ຫົວໜ້າພະແນກ, ຮອງພະແນກ ໄດ້ຕ້ອນຮັບ ແລະ ແລກປ່ຽນຖອດຖອນບົດຮຽນຮ່ວມກັບທາງແຂວງຈຳປາສັກ ເຈົ້າພາບງານມະຫາກຳກິລາແຫ່ງຊາດ ຄັ້ງທີ XIII.




