ສະຫະພັນບານສົ່ງແຫ່ງຊາດລາວ ຈັດຝຶກອົບຮົມຜູ້ຕັດສິນບານສົ່ງຫາດຊາຍ ປະຈຳປີ 2026

                     ໃນວັນທີ 14 ພຶດສະພາ 2026 ທີ່ເດິ່ນກິລາບານສົ່ງ ຂອງກອງກິລາກອງທັບ, ສະຫະພັນບານສົ່ງແຫ່ງຊາດລາວ ໄດ້ຈັດພິທີເປີດການຝຶກອົບຮົມຜູ້ຕັດສິນບານສົ່ງຫາດຊາຍ ປະຈຳປີ 2026 ຂຶ້ນ ເພື່ອເສີມສ້າງຄວາມຮູ້, ຄວາມສາມາດ ແລະ ຍົກລະດັບມາດຕະຖານການຕັດສິນ ໃຫ້ສອດຄ່ອງກັບກົດລະບຽບສາກົນ.
                      ພິທີເປີດໄດ້ຮັບກຽດຈາກ ທ່ານ ປີໄຊ ສຸວັນໄຊ ຮອງປະທານ ແລະ ເລຂາທິການ ສະຫະພັນບານສົ່ງແຫ່ງຊາດລາວ ເປັນປະທານໃນພິທີ. ພ້ອມດ້ວຍ ທ່ານ ທິບພົງພັດ ມີນີວົງ ຮອງເລຂາ ແລະ ຜູ້ຝຶກສອນຜູ້ຕັດສິນບານສົ່ງຂອງສະຫະພັນບານສົ່ງແຫ່ງຊາດລາວ, ພ້ອມທັງ ທ່ານ ນ. ວັນຊະນະ ສີວົງຊຳ ຜູ້ຝຶກສອນຊ່ວຍ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ປີໄຊ ສຸວັນໄຊ ໄດ້ກ່າວເນັ້ນເຖິງ ວິໃສທັດ ແລະ ແຜນການພັດທະນາຜູ້ຕັດສິນ ຂອງສະຫະພັນບານສົ່ງແຫ່ງຊາດ ໂດຍມີເປົ້າໝາຍ ສ້າງ ແລະ ພັດທະນາຜູ້ຕັດສິນລາວ ໃຫ້ສາມາດກ້າວສູ່ລະດັບ AVC ແລະ ລະດັບສາກົນ ໃນອະນາຄົດ. ພ້ອມກັນນີ້ ສະຫະພັນ ຍັງໄດ້ວາງແຜນການກະກຽມບຸກຄະລາກອນດ້ານຜູ້ຕັດສິນ ເພື່ອຮອງຮັບການເປັນເຈົ້າພາບ ການແຂ່ງຂັນກິລາ SEA Games ຄັ້ງທີ 36 ທີ່ ສປປ ລາວ ຈະເປັນເຈົ້າພາບໃນອະນາຄົດ ໃຫ້ມີຄວາມພ້ອມທັງດ້ານວິຊາການ ແລະ ມາດຕະຖານການຕັດສິນ.
                      ການຈັດກິດຈະກຳດັ່ງກ່າວ ເປັນອີກໜຶ່ງບາດກ້າວສຳຄັນ ເພື່ອກະກຽມຄວາມພ້ອມໃຫ້ແກ່ຜູ້ຕັດສິນ ສຳລັບການແຂ່ງຂັນລະດັບຕ່າງໆ ທັງພາຍໃນ ແລະ ສາກົນ ແລະ ເປັນການປະຕິບັດແຜນການພັດທະນາບຸກຄະລາກອນກິລາບານສົ່ງ ດ້ານຜູ້ຕັດສິນ ແລະ ຍົກລະດັບວົງການບານສົ່ງຫາດຊາຍຂອງ ສປປ ລາວ ໃຫ້ມີຄຸນນະພາບ ແລະ ມາດຕະຖານສູງຂຶ້ນ.

ການຝຶກອົບຮົມໃນຄັ້ງນີ້ ໃນການຝຶກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 19 ທ່ານ, ຍິງ 5 ທ່ານ ແລະ ຈະດຳເນີນໄປເປັນເວລາ 3 ວັນ ຕັ້ງແຕ່ວັນທີ 14-16 ພຶດສະພາ 2026 ທີ່ ເດິ່ນກິລາບານສົ່ງໃນຮົ່ມຂອງ ກອງກິລາກອງທັບ

Scroll to Top