
ກະຊວງສຶກສາທິການ ແລະ ກິລາ ກັບ ແຂວງຈຳປາສັກ ຈັດກອງປະຊຸມປຶກສາຫາລືການກຳນົດປະເພດກິລາ ແລະ ສະຖານທີ່ຈັດການແຂ່ງຂັນກິລາປະເພດຕ່າງໆ ເພື່ອກະກຽມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XIII ປີ 2028 ແລະ ກິລາຄົນພິການທົ່ວປະເທດ ຄັ້ງທີ V ທີ່ແຂວງຈຳປາສັກ ເປັນເຈົ້າພາບ.
ລະຫວ່າງວັນທີ 11 ພຶດສະພາ 2026 ກະຊວງສຶກສາທິການ ແລະ ກິລາ ນຳໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຜູ້ຊີ້ນຳວຽກງານກິລາ, ມີທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ, ທ່ານ ວິລະວັນ ບຸນສຸກໄທ, ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ພ້ອມດ້ວຍທີມງານຂອງກົມ ໄດ້ເດີນທາງໄປຮ່ວມກອງປະຊຸມປຶກສາຫາລືການກຳນົດປະເພດກິລາ ແລະ ສະຖານທີ່ຈັດການແຂ່ງຂັນກິລາປະເພດຕ່າງໆ ເພື່ອກະກຽມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XIII ປີ 2028 ແລະ ກິລາຄົນພິການທົ່ວປະເທດ ຄັ້ງທີ V ທີ່ແຂວງຈຳປາສັກ ເປັນເຈົ້າພາບ.
ກອງປະຊຸມດັ່ງກ່າວ ແມ່ນຈະດຳເນີນເປັນເວລາ 3 ວັນ ລະຫວ່າງວັນທີ 11-13 ພຶດສະພາ 2026 ຊື່ງໃນກອງປະຊຸມ ແມ່ນຈະມີການຖອດຖອນບົດຮຽນການເປັນເຈົ້າພາບງານກິລາແຫ່ງຊາດ ແລະ ງານກິລາຄົນພິການ ທົ່ວປະເທດ ເພື່ອນຳມາຕີລາຄາ ແລະ ຄົ້ນຄວ້າຄວາມເປັນໄປໄດ້ໃນການຈັດການແຂ່ງຂັນໃນຄັ້ງຕໍ່ໄປ ແລະ ເພື່ອກຳນົດປະເພດກິລາ ແລະ ສະຖານທີ່ຈັດການແຂ່ງຂັນກິລາຕ່າງໆ ລວມເຖີງການອຳນວຍຄວາມສະດວກໃນການແຂ່ງຂັນໃນປີ 2028 ອີກນຳ.



