ສປປ ລາວ ເຂົ້າຮ່ວມຊຸດຝຶກອົບຮົມ ແລກປ່ຽນເຕັກນິກການກິລາຊາວໜຸ່ມ ອາຊຽນ-ຈີນ ຢູ່ນະຄອນກວາງຊີ ສປ ຈີນ

ຄະນະນັກສຳມະນາກອນຈາກ ສປປ ລາວ ຈຳນວນ 15 ທ່ານ ໄດ້ເຂົ້າຮ່ວມ ຊຸດຝຶກອົບຮົມການແລກປ່ຽນເຕັກນິກການກິລາຊາວໜຸ່ມ ປະເທດອາຊຽນ, ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 20-29 ຕຸລາ 2026 ຢູ່ທີ່ ເມືອງໜານໜິງ, ນະຄອນກວາງຊີ, ສປ ຈີນ. ເພື່ອເສີມສ້າງຄວາມເຂັ້ມແຂງ ແລະ ແລກປ່ຽນບົດຮຽນດ້ານການກິລາ,

ຊຸດຝຶກອົບຮົມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກ ກະຊວງການຄ້າ ສປ ຈີນ ແລະ ຈັດໂດຍ ວິທະຍາໄລອາຊີວະບໍລິຫານທຸລະກິດສາກົນກວາງຊີ. ພິທີເປີດຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 20 ຕຸລາ 2026 ເວລາ 10:30 ໂມງ ໂດຍໃຫ້ກຽດຕ້ອນຮັບ ແລະ ກ່າວເປີດໂດຍ ທ່ານ Diqiong Zhao, ຮອງຜູ້ອຳນວຍການວິທະຍາໄລອາຊີວະບໍລິຫານທຸລະກິດສາກົນກວາງຊີ.

Slide 1 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide 1 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide 2 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here

ການຝຶກອົບຮົມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 29 ທ່ານ ຈາກ 3 ປະເທດອາຊຽນ ຄື: ສປປ ລາວ, ກຳປູເຈຍ ແລະ ອິນໂດເນເຊຍ. ສຳລັບນັກສຳມະນາກອນ ສປປ ລາວ 15 ທ່ານ ທີ່ເຂົ້າຮ່ວມ ແມ່ນຕາງໜ້າຈາກ 2 ພາກສ່ວນຫຼັກ ຄື:

  • ກະຊວງສຶກສາທິການ ແລະ ກິລາ: ກົມກິລາລະດັບສູງ, ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ສະຖາບັນກິລາ-ກາຍຍະກຳ ແລະ ວິທະຍາໄລພະລະສຶກສາ
  • ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ)
Slide 1 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide 2 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide 3 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here

ຕະຫຼອດໄລຍະການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ແລກປ່ຽນໃນຫຼາຍກິດຈະກຳສຳຄັນ ດັ່ງນີ້:

  1. ການແລກປ່ຽນເຕັກນິກການກິລາເຍົາວະຊົນ-ຊາວໜຸ່ມ: ສຸມໃສ່ການພັດທະນາ ແລະ ຍົກລະດັບການຝຶກຊ້ອມຢ່າງມີວິທະຍາສາດ, ການຟື້ນຟູສະມັດຕະພາບທາງດ້ານກາຍະພາບຂອງນັກກິລາ, ລວມທັງການສົ່ງເສີມການເຊື່ອມໂຍງລະຫວ່າງ ການກິລາ, ການທ່ອງທ່ຽວ ແລະ ວັດທະນະທຳ.
  2. ການທັດສະນະສຶກສາສູນກິດຈະກຳເຍົາວະຊົນ ແລະ ເດັກ ເມືອງໜານໜິງ: ໄດ້ເຂົ້າຢ້ຽມຊົມສູນກິດຈະກຳທີ່ທັນສະໄໝ ເຊິ່ງເປັນບ່ອນຈັດກິດຈະກຳ, ຝຶກອົບຮົມ, ແລະ ເພີ່ມພູນທັກສະດ້ານການກິລາ, ສິລະປະ, ວັດທະນະທຳ ແລະ ເທັກໂນໂລຢີ ເພື່ອສົ່ງເສີມການຮຽນຮູ້ນອກໂຮງຮຽນ ແລະ ພັດທະນາສັກກະຍາພາບຂອງເດັກ-ເຍົາວະຊົນ. ພ້ອມນີ້, ຍັງໄດ້ມີການຈັດກິດຈະກຳແຂ່ງຂັນກິລາຕີດອກປີກໄກ່ ແລະ ປິ່ງປ່ອງ ຮ່ວມກັບບັນດາປະເທດເຂົ້າຮ່ວມຢ່າງອົບອຸ່ນ.
  3. ການທັດສະນະສຶກສາ ແລະ ແລກປ່ຽນກິລາມວນຊົນ: ເຂົ້າຢ້ຽມຊົມໂຄງການໄປ໋ຊາຣີສອດນານາຊາດດ້ານສຸຂະພາບ ແລະ ການພັກຜ່ອນ ຢູ່ທີ່ ເມືອງຟາງເຊິງກັງ ພ້ອມທັງໄດ້ຮ່ວມກິດຈະກຳກິລາມວນຊົນຢ່າງມ່ວນຊື່ນ ເປັນຕົ້ນແມ່ນ ການແຂ່ງຂັນດຶງເຊືອກ, ແຂ່ງເຮືອບົກ ແລະ ບານສົ່ງຫາດຊາຍ.
  4. ການແລກປ່ຽນວັດທະນະທຳ: ຮ່ວມຝຶກແອບ ແລະ ເຮັດກິດຈະກຳລຳມວຍຈີນ ເພື່ອຮຽນຮູ້ວັດທະນະທຳ ແລະ ການສົ່ງເສີມສຸຂະພາບ.

ຊຸດຝຶກອົບຮົມຄັ້ງນີ້ ນອກຈາກຈະເປັນການຍົກລະດັບຄວາມຮູ້-ຄວາມສາມາດດ້ານເຕັກນິກການກິລາເຍົາວະຊົນໃຫ້ກັບບຸກຄະລາກອນຂອງ ສປປ ລາວ ແລ້ວ, ຍັງເປັນການເສີມສ້າງສາຍພົວພັນມິດຕະພາບ, ຄວາມຮ່ວມມື ແລະ ການແລກປ່ຽນວັດທະນະທຳອັນດີງາມ ລະຫວ່າງ ສປ ຈີນ ແລະ ບັນດາປະເທດອາຊຽນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

Slide 1 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide 2 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide 3 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide Heading
Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar dapibus leo.
Click Here
Slide Heading
Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar dapibus leo.
Click Here
Scroll to Top