
ເມື່ອວັນທີ 22 ພຶດສະພາ 2026 ທີ່ຫ້ອງປະຊຸມ 312 ກະຊວງສຶກສາທິການ ແລະ ກິລາ (ຕຶກເຈົ້າອານຸວົງ) ກົມກິລາລະດັບສູງ ໄດ້ມີການຈັດກອງປະຊຸມປຶກສາຫາລື ແລະ ຮັບຟັງການໂອ້ລົມຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເພື່ອກະກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນງານມະຫາກຳກິລາເອຊຽນເກມ ຄັ້ງທີ 20 ທີ່ເມືອງໄອຈິ ແລະ ເມືອງນາໂກຢາ ປະເທດຍີ່ປຸ່ນ.


ໂອກາດດັ່ງກ່າວ, ທ່ານ ສີຈັນ ຈິດຕະປັນຍາ ກໍ່ໄດ້ກ່າວລາຍງານການກະກຽມຄວາມພ້ອມຢ່າງຕັ້ງໜ້າ ໂດຍມີທັງໝົດ 17 ປະເພດກິລາ ຊຶ່ງໄດ້ແບ່ງອອກເປັນ 2 ປະເພດ ຄື : ປະເພດກິລາທີ່ສະເໜີຂໍນຳໃຊ້ງົບປະມານຂອງລັດ ປະກອບມີ ກິລາວູຊູ, ກະຕໍ້, ຢູໂດ, ມວຍສາກົນ, ເທຄວັນໂດ, ແລ່ນ-ລານ, ລອຍນ້ຳ, ກາຣາເຕໂດ ແລະ ຈູຈິດຊູ. ສ່ວນ ປະເພດກິລາທີ່ມອບໃຫ້ກຸ້ມຕົນເອງດ້ານງົບປະມານຮັບໃຊ້ ປະກອບມີ ກິລາອີສະປອດ, ຍິມນາສະຕິກ, ຊອຟເທັນນິດ, ເບສບອນ, ປິ່ງປ່ອງ, ດອກປິກໄກ່, ເທັກບອນ ແລະ ຟັນດາບ. ນອກຈາກນັ້ນ ໃນປະຈຸບັນແມ່ນໄດ້ສຳເລັດການລົງທະບຽນປະເທດກິລາ ແລະ ລາຍຊື່ຜູ້ເຂົ້າຮ່ວມເປັນທີ່ຮຽບຮ້ອຍ. ພອ້ມກັນນີ້ ທ່ານຫົວໜ້າກົມກິລາລະດັບສູງ ກໍ່ໄດ້ຕອບຄຳຖາມທຸກປັນຫາ ໃຫ້ແກ່ຕາງໜ້າສະຫະພັນກິລາແຫ່ງຊາດ ໄດ້ສອບຖາມທຸກຢ່າງ ເພື່ອໃຫ້ຫາຍຂໍ້ສົງໃສ ແລະ ຫາວິທີແກ້ໄຂໃນຕໍ່ໜ້າ.


ທ່ານ ກິ່ງມະໂນ ພົມມະຫາໄຊ ກໍ່ກ່າວກໍ່ໄດ້ກ່າວໃຫ້ຜູ້ຮັບຜິດຊອບຂອງບັນດາ 17 ສະຫະພັນກິລາແຫ່ງຊາດ ເອົາໃຈໃສ່ລະບຽບວິໄນຮອບດ້ານ ທັງເລື່ອງລະບຽບວິໄນໃນການຝຶກຊ້ອມ ແລະ ໃນການແຂ່ງຂັນ ມີຄວາມເປັນລະບຽບ ແລະ ເນັ້ນໃຫ້ຖືກຕ້ອງຫຼັກການຕາມກະຕິກາສາກົນ, ຢ່າຖືເບົາ, ຢ່າປະໝາດຄູ່ຕໍ່ສູ້ ໃນໄລຍະການແຂ່ງຂັນ ເພາະພວກເຮົາເຄີຍມີປະສົບການມາແລ້ວ ແລະ ເຮັດໃຫ້ນັກກິລາພວກເຮົາ ບໍ່ສາມາດຍາດຫຼຽນມາໄດ້ ແລະ ສຸດທ້າຍນີ້ ທ່ານຍັງອວຍພອນຄະນະຮັບຜິດຊອບ ລວມເຖີງນັກກິລາທຸກປະເພດກິລາ ປະສົບຜົນສຳເລັດ ແລະ ຍາດຫຼຽນຄຳ ກັບມາສູ່ປະເທດຊາດ.
ສຳລັບ ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ນີ້ ແມ່ນຈະຈັດຂື້ນໃນລະຫວ່າງວັນທີ 19 ກັນຍາ ຫາ 4 ຕຸລາ 2026 ໂດຍມີບັນດາປະເທດອາຊີເຂົ້າຮ່ວມທັງໝົດ 45 ປະເທດ. ຊື່ງໃນງານມະຫາກຳກິລາເອຊຽນເກມ ຄັ້ງທີ 19 ປີ 2023 ທີ່ເມືອງຫາງໂຈ ສປ ຈີນ ເປັນເຈົ້າພາບ 23 ກັນຍາ ຫາ 8 ຕຸລາ 2023 ສປປ ລາວ ແມ່ນສົ່ງເຂົ້າຮ່ວມທັງໝົດ 16 ປະເພດກິລາ ຍາດໄດ້ທັງໝົດ 03 ຫຼຽນທອງ ຈາກກິລາກະຕໍ້ ຖືກຈັດຢູ່ອັນດັບທີ 35 ຂອງອັນດັບຫຼຽນຄຳ ແລະ ຈັດຢູ່ໃນອັນດັບທີ 30 ຂອງປະເພດຫຼຽນລວມ ໃນ 45 ປະເທດເຂົ້າຮ່ວມ ແລະ ມີ 7 ປະເທດທີ່ບໍ່ໄດ້ຫຼຽນ.



