
ທັບນັກກິລາທີມຊາດລາວ ໄດ້ຮັບກຳລັງໃຈຈາກການນຳຂັ້ນສູງ ກ່ອນອອກເດີນທາງ ໄປສ້າງຜົນງານໃຫ້ປະເທດຊາດ
ພິທີໂອ້ລົມທັບກິລາທີມຊາດລາວ ກຽມເຂົ້າຮ່ວມງານມະຫາກໍາກິລາເອຊຽນ ເກມ ຄັ້ງທີ 20 ວັນທີ 19 ກັນຍາ – 04 ຕຸລາ 2026 ແລະ ງານມະຫາກຳກິລາເອຊຽນພາຣາເກມ ຄັ້ງທີ 5 ແຕ່ວັນທີ 10-25 ຕຸລາ 2026 ທີ່ເມືອງ ໄອຈິ-ນາໂກຢາປະເທດ ຢີ່ປຸ່ນ
ພິທີດັ່ງກ່າວ ຈັດຂຶ້ນ ໃນວັນທີ 11 ກັນຍາ 2026 ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ (ສສກ) ຕຶກກິລາເຈົ້າອານຸວົງ ໃຫ້ກຽດເປັນປະທານໂດຍທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ
ໃນການເຂົ້າຮ່ວມກິລາເອຊຽນ ເກມ ຄັ້ງທີ 20 ສປປ ລາວ ສົ່ງ 15 ປະເພດກິລາ ມີຄະນະນຳ, ກອງເລຂາ, ແພດ ແລະ ນັກຂ່າວ 12 ທ່ານ, ຄະນະຄູຝືກ 38 ທ່ານ ແລະ ນັກກິລາ 72 ຄົນ, ລວມທັງຫມົດ 122 ທ່ານ ເຊິ່ງລາຍລະອຽດມີດັ່ງລຸ່ມນີ້.
1. ວູຊູ.
2. ແລ່ນ-ລານ
3. ລອຍນໍ້າ.
4, ຢູໂດ
5. ກາຣາເຕໂດ.
6. ຈູຈິດສູ.
7. ມວຍສາກົນ.
8. ເທັກບອນ.
9. ກະຕໍ້
10. ຟັນດາບ.
11. ຍິມນາສຕິກ
12. ອີສະປອດ
13. ດອກປີກໄກ່
14. ປິ່ງປ່ອງ
15. ຊັອບເທັນນິດ;
ການເເຂ່ງຂັນມີຢູ່ 2 ຈຸດໃຫຍ່ຄື: ໄອຈິ-ນາໂກຢາ ແລະ ນະຄອນຫຼວງໂຕກຽວ (ສະເພາະກິລາລອຍນໍ້າ).
Slide 1 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide 2 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide 3 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here



