ສຳເລັດ ກອງປະຊຸມ ສ້າງຄວາມເຂັ້ມແຂງໃຫ້ບັນດາສະຫະພັນກິລາແຫ່ງຊາດ, ບັນດາແຂວງ ແລະ ນະຄອນຫຼວງ ກ່ຽວກັບວຽກງານກິລາລະດັບສູງ

               ກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ບັນດາສະຫະພັນກິລາແຫ່ງຊາດ, ບັນດາແຂວງທົ່ວປະເທດ ແລະ ນະຄອນຫຼວງ ກ່ຽວກັບວຽກງານກິລາລະດັບສູງ ຈັດຂື້ນໃນລະຫວ່າງວັນທີ 29 ມີຖຸນາ – 01 ກໍລະກົດ 2026 ທີ່ ຫ້ອງປະຊຸມ ຫ້ອງວ່າການປົກຄອງເມືອງວັງວຽງ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ  ຜູ້ຊີ້ນຳວຽກງງານກິລາ-ກາຍຍະກຳ, ມີທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ອໍານວຍສະຖາບັນກິລາ-ກາຍຍະກໍາ, ຜູ້ອໍານວຍສະໜາມກິລາແຫ່ງຊາດຫຼັກ 16, ຫົວໜ້າພະແນກ, ຮອງຫົວໜ້າ  ພະແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນຫຼວງ, ຄະນະບໍລິຫານງານຄະນະກຳມະການໂອແລມປິກແຫ່ງຊາດ ລາວ, ປະທານ, ຮອງປະທານ, ເລຂາທິການສະຫະພັນກິລາແຫ່ງຊາດລາວ, ທ່ານຜູ້ຕາງໜ້າຈາກ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ພະນັກງານວິຊາການ ກົມກ່ຽວຂ້ອງ ເຂົ້າຮ່ວມ ກອງປະຊຸມທັງໝົດ 96 ທ່ານ, ຍິງ 17 ທ່ານ.

  • ໃນກອງປະຊຸມ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ໄດ້ນຳສະເໜີ 7 ເອກະສານທີ່ສຳຄັນ ປະກອບມີ :
  1. ຮ່າງຂໍ້ຕົກລົງຂອງທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການຈັດງານມະຫາກໍາກິລາແຫ່ງຊາດ;
  2. ແຜນການພັດທະນາວຽກງານກິລາລະດັບສູງ 5 ປິ (2026-2030) ແລະ ການສ້າງແຜນພັດທະນາກິລາ ລະດັບສູງ;
  3. ແຜນຍຸດທະສາດພັດທະນາກິລາລະດັບສູງ 5 ປີ (2026-2030) ຕາມແຜນພັດທະນານະແໜງການສຶກສາ, ວິທະຍາສາດ ແລະ ກິລາ (2026-2030);
  4. ຂໍ້ຕົກລົງຂອງທ່ານ ລັດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການຄຸ້ມຄອງສະຫະພັນກິລາແຫ່ງຊາດ ແລະ ສະໂມສອນກິລາ ສະບັບເລກທີ 3061/ສສກ, ລົງວັນທີ 12 ມິຖຸນາ 2025;
  5. ດໍາລັດຂອງທ່ານ ນາຍົກລັດຖະມົນຕີ ວ່າດ້ວຍນະໂຍບາຍຕໍ່ຄະນະກິລາທີມຊາດ ສະບັບເລກທີ 623/ລບ, ລົງວັນທີ 2 ຕຸລາ 2025;
  6. ຂໍຕົກລົງຂອງທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການຈັດການແຂ່ງຂັນກິລາ ລະດັບສູງ ສະບັບເລກທີ 3150/ສສກ, ລົງວັນທີ 16 ມິຖຸນາ 2025;
  7. ຂໍ້ຕົກລົງຂອງທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍເຄື່ອງແບບກິລາ-ກາຍຍະກໍາ ສະບັບເລກທີ 5584/ສສກ, ລົງວັນທີ 18 ກັນຍາ 2025.

ກອງປະຊຸມແມ່ນໄດ້ມີການຄົ້ນຄວ້າ ແລະ ປະກອບຄຳເຫັນຫຼາກຫຼາຍຈາກຜູ້ແທນກອງປະຊຸມ ແລະ ເຮັດໃັຫ້ມີເນື້ອໃນຄົບຖ້ວນຂື້ນຕື່ມ ໃນເອກະສານ ຈື່ງເຮັດໃຫ້ກອງປະຊຸມໄດ້ປິດລົງໄວຂື້ນ ໃນວັນທີ 30 ມີຖຸນາ 2026.

Slide 1 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide 2 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide 3 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Scroll to Top