
ທັບນັກກິລາອີ-ສະປອດ ມະຫາວິທະຍາໄລແຫ່ງຊາດ ເຈົ້າພາບ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຍາດມາໄດ້ເຖິງ 4 ຫຼຽນຄຳ, 1 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 10 ຫຼຽນ ຄອງເຈົ້າຫຼຽນຄຳ ໃນການແຂ່ງຂັນກິລາອີ-ສະປອດ ງານມະຫາກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ທີ່ມະຫາວິທະຍາໄລແຫ່ງຊາດ ເປັນເຈົ້າພາບ.
– ອັນດັບທີ 2 ມະຫາວິທະຍາໄລວິທະຍາສາດສຸຂະພາບ ຍາດໄດ້ 4 ຫຼຽນຄຳ ແລະ 3 ຫຼຽນທອງ.
– ອັນດັບທີ 3 ສະຖາບັນເຕັກໂນໂລຊີສຸດສະກະ ຍາດໄດ້ 1 ຫຼຽນຄຳ, 5 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 3 ຫຼຽນ.
– ອັນດັບທີ 4 ມະຫາວິທະຍາໄລຈຳປາສັກ ຍາດໄດ້ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ ລວມ 3 ຫຼຽນ.
– ອັນດັບທີ 5 ສະຖາບັນຣັຕນະບໍລິຫານທຸລະກິດ ຍາດໄດ້ 1 ຫຼຽນເງິນ ແລະ 6 ຫຼຽນທອງ ລວມ 7 ຫຼຽນ.
– ອັນດັບທີ 6 ວິທະຍາຄານສັນຕິບານປະຊາຊົນ ຍາດໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ລວມ 3 ຫຼຽນ.
– ອັນດັບທີ 7 ສະຖາບັນຍຸຕິທຳແຫ່ງຊາດ ຍາດໄດ້ 1 ຫຼຽນເງິນ ລວມ 1 ຫຼຽນ.
ພິທີມອບ-ຮັບຫຼຽນໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນແລງວັນທີ 12 ພຶດສະພາ 2024 ທີ່ສະໂມສອນໃຫຍ່ ມຊ ໃຫ້ກຽດມອບໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ໂຈນາທານ ສີຣິສັກດີ ປະທານສະຫະພັນກິລາອີ-ສະປອດແຫ່ງຊາດ ພ້ອມດ້ວຍແຂກຖືກເຊີນ, ຄະນະນຳ, ຄູຝຶກ ແລະ ນັກກິລາຢ່າງພ້ອມພຽງ.
#ສູນຂ່າວ ກມລ2
#ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ