
ໃນລະຫວ່າງວັນທີ 19-22 ສິງຫາ ຜ່ານມາ, ຕົວແທນຈາກ ສປປ ລາວ ຈຳນວນ 5 ທ່ານ ປະກອບມີ: ທ່ານນາງ ແສງພະຈັນ ພະຈັນ ພະນັກງານວິຊາການ ຈາກກົມກິລາລະດັບສູງ ພ້ອມດ້ວຍຕົວແທນນັກກິລາ 4 ທ່ານ (ຈາກປະເພດກິລາ ປິງປ່ອງ, ແລ່ນ-ລານ, ຢູໂດ ແລະ ເບສບອນ ປະເພດລະ 1 ທ່ານ) ໄດ້ເຂົ້າຮ່ວມໂຄງການຄ້າຍເຍົາວະຊົນທີ່ປອດໃສ ປະຈຳປີ 2026 (2026 Clean Sport Youth Camp) ທີ່ມະຫາວິທະຍາໄລ Pukyong National University, ເມືອງປູຊານ, ສ.ເກົາຫຼີ.
ໂຄງການດັ່ງກ່າວ ຈັດຂຶ້ນໂດຍໄດ້ຮັບການສະໜັບສະໜູນຈາກ ອົງການຕ້ານການໃຊ້ສານຕ້ອງຫ້າມ ສ.ເກົາຫຼີ (Korea Anti-Doping Agency: KADA), ອົງການຕ້ານການໃຊ້ສານຕ້ອງຫ້າມໂລກ (World Anti-Doping Agency: WADA) ແລະ ມະຫານະຄອນປູຊານ (Busan Metropolitan City). ໂດຍມີຜູ້ເຂົ້າຮ່ວມທັງໝົດ 58 ທ່ານ ຈາກ 7 ປະເທດ ຄື: ສປປ ລາວ, ກຳປູເຈຍ, ສ.ເກົາຫຼີ, ຊີລັງກາ, ມັລດີບ, ບູຕານ ແລະ ກູເວດ. ກິດຈະກຳຕະຫຼອດ 4 ວັນຂອງການເຂົ້າຄ້າຍ ໄດ້ດຳເນີນໄປຢ່າງຟົດຟື້ນ ແລະ ມີເນື້ອໃນອຸດົມສົມບູນ ໂດຍແບ່ງອອກເປັນ 2 ພາກຄື: ພາກທິດສະດີ: ໄດ້ຮັບຟັງການບັນຍາຍຈາກຜູ້ຊ່ຽວຊານຂອງອົງການຕ້ານການໃຊ້ສານຕ້ອງຫ້າມ ສ.ເກົາຫຼີ ເຊິ່ງໄດ້ໃຫ້ຄວາມຮູ້ພື້ນຖານກ່ຽວກັບສານຕ້ອງຫ້າມ, ແນວທາງການປ້ອງກັນ, ຕະຫຼອດຮອດຂັ້ນຕອນ ແລະ ກົນໄກຂອງການກວດສອບສານຕ້ອງຫ້າມໃນນັກກິລາ, ແລະ ພາກກິດຈະກຳ: ເປັນການເຮັດວຽກຮ່ວມກັນໃນຮູບແບບແບ່ງກຸ່ມຈາກຜູ້ເຂົ້າຮ່ວມທຸກປະເທດ.
ຈຸດປະສົງຫຼັກຂອງໂຄງການ “2026 Clean Sport Youth Camp” ແມ່ນເພື່ອເສີມສ້າງຄວາມຮູ້ພື້ນຖານກ່ຽວກັບສານຕ້ອງຫ້າມໃຫ້ແກ່ເຍົາວະຊົນ ແລະ ຊາວໜຸ່ມ ໂດຍສະເພາະຊາວໜຸ່ມທີ່ເປັນນັກກິລາ ພ້ອມທັງມີການການແລກປ່ຽນຄວາມຮູ້, ແລກປ່ຽນວັດທະນຳທຳກັບບັນດາຜູ້ເຂົ້າຮ່ວມຈາກຫຼາຍປະເທດ ຜ່ານກິດຈະກຳຕ່າງໆໃນລະຫວ່າງການເຂົ້າຄ້າຍ. ພ້ອມທັງເປັນເວທີໃນການແລກປ່ຽນຄວາມຮູ້ ແລະ ວັດທະນະທຳອັນດີງາມ ລະຫວ່າງ ເຍົາວະຊົນ ຂອງບັນດາປະເທດທີ່ເຂົ້າຮ່ວມຢ່າງອົບອຸ່ນ.
Slide 1 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide 1 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide 2 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide 3 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide Heading
Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar dapibus leo.
Click Here



