ສະຫະພັນກິລາເພາະກາຍແຫ່ງຊາດລາວ ຮັບເງີນຫຼຽນລາງວັນ ມູນຄ່າ 388.220.000 ກີບ ພາຍຫຼັງສ້າງຜົນງານເດັ່ນລະດັບສາກົນ ສູ່ປະເທດລາວ

           ພິທີມອບ-ຮັບໃນຄັ້ງນີ້ ແມ່ນໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 14 ພຶດສະພາ 2025 ທີ່ຫ້ອງປະຊຸມກົມກິລາລະດັບສູງ (ຕຶກເຈົ້າອະນຸວົງ) ໃຫ້ກຽດມອບໂດຍ ທ່ານ ສີຈັນ ຈິດຕະປັນຍາ ວ່າການແທນຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ມີຄະນະບໍລິຫານງານສະຫະພັນກິລາເພາະກາຍແຫ່ງຊາດລາວ ພ້ອມດ້ວຍນັກກິລາ ເຂົ້າຮ່ວມຮັບເງີນລາງວັນຈຳນວນ 388.220.000 ກີບ ພ້ອມກັບ ຕ່າງໜ້າຄະນະສະຫະພັນ ກໍ່ຍັງໄດ້ກ່າວຂອບໃຈ ທາງກົມກິລາລະດັບສູງ ທີ່ຊ່ວຍສະໜັບສະໜູນ ແລະ ກໍ່ໄດ້ກ່າວສະຫລຸບຜົນງານທີ່ຍາດມາໄດ້ ພ້ອມກັບສັນຍາວ່າຈະສືບຕໍ່ນຳພານັກກິລາສ້າງຜົນງານຕໍ່ໄປ.

                             ໂອກາດດັ່ງກ່າວ, ທ່ານ ສີຈັນ ຈິດຕະປັນຍາ ກໍ່ໄດ້ກ່າວຍ້ອງຍໍຊົມເຊີຍ ຄະນະບໍບິຫານງານສະຫະພັນກິລາເພາະກາຍແຫ່ງຊາດລາວ ພ້ອມດ້ວຍນັກກິລາທຸກຄົນ ທີ່ທຸ້ມເທ້, ຝຶກຊ້ອມ ແລະ ເອໄາໃຈໃສ່ໃນການແຂ່ງຂັນໃນລະດັບສາກົນໄດ້ດີ ຈົນສ້າງຊື່ສຽງ ແລະ ຄວາມພາບພູມໃຈແກ່ວົງການກິລາລາວເຮົາ ແລະ ຂໍໃຫ້ສືບຕໍ່ ຜັນຂະຫຍາຍຜົນງານດີດີແບບນີ້ໄປເລື້ອຍໆ.

Scroll to Top