
ເມື່ອວັນທີ 26 ພຶດສະພາ 2025 ທີ່ ASHA STABLES ນະຄອນຫຼວງວຽງຈັນ ໄດ້ມີການຈັດພິທີປະກາດຮັບຮອງເອົາການຈັດຕັ້ງຄະນະບໍລິຫານງານສະຫະພັນກິລາຂີ່ມ້າແຫ່ງຊາດລາວ ສົກປີ 2025-2029 ແລະ ຮັບຮອງເອົາການຈັດຕັ້ງຄະນະບໍລິຫານງານສະຫະພັນກິລາຂີ່ມ້ານະຄອນຫຼວງວຽງຈັນ

ໃຫ້ກຽດເປັນປະທານໂດຍ ທ່ານ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ອາດີດການນຳ, ຫົວໜ້າກົມກິລາລະດັບສູງ, ຮອງປະທານ-ເລຂາທິການ ຄອລ ແລະ ຄະນະບໍລິຫານງານຂອງສະຫະພັນກິລາຂີ່ມ້າແຫ່ງຊາດລາວ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.