
ການຝຶກອົບຮົບດັ່ງກ່າວ ແມ່ນໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມເຮືອນພັກຕົ້ນດູ່ຊູຊັບ ແຂວງວຽງຈັນ ຂື້ນ. ພາຍໃຕ້ເປັນປະທານ ທ່ານ ສີຈັນ ຈິດຕະປັນຍາ ຫົວຫນ້າກົມກີລາລະດັບສູງກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສອນເພັດ ຈັນດານຸວົງ ຮອງຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ເປັນວິທະຍາກອນ, ບັນດາຫົວຫນ້າພະແນກ, ຮອງຫົວຫນ້າພະແນກ, ວິຊາການ ພະແນກຈັດການແຂ່ງຂັນ ແລະ ບັນດາຜູ້ຕາງໜ້າ 15 ສະຫະພັນກິລາແຫ່ງຊາດ ທັງໝົດ 23 ທ່ານ ເປັນຍິງ 7 ທ່ານ ເຂົ້າຮ່ວມ.
ບັນດາ 15 ສະຫະພັນກິລາແຫ່ງຊາດ ທີ່ເຂົ້າຮ່ວມ ປະກອບມີ :
1. ບານສົ່ງ
2. ແລ່ນ-ລານ
3. ສະນຸກເກີ້
4. ປິ່ງປ່ອງ
5. ເພາະກາຍ
6. ມວຍລາວ
7. ເທຄວັນໂດ
8. ມວຍສາກົນ
9. ກະຕໍ້
10. ເທັກບອນ
11. ລອຍນໍ້າ
12. ຢູໂດ
13. ຈູຈິດຊູ
14. ດອກປີກໄກ່
15. ລົດຖີບ





