
ເມື່ອວັນທີ 8 ມັງກອນ ຜ່ານມາ ຢູ່ທີ່ຫ້ອງປະຊຸມກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ (ຕຶກເຈົ້າອານຸວົງ) ກົມກິລາລະດັບສູງ ໄດ້ມີການຈັດກອງປະຊຸມສະຫຼູບວຽກງານຈັດຕັ້ງປະຕິບັດຂອງກົມຂື້ນ ເພື່ອທົບທວນວຽກງານທີ່ຜ່ານມາ ແລະ ກຽມສຸມໃສ່ຈັດຕັ້ງໜ້າວຽກງານໃນປີ 2026 ຂື້ນ, ໃຫ້ກຽດເປັນປະທານໂດຍ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ມີທ່ານຮອງຫົວໜ໊າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານ ທັງ 5 ພະແນກ ເຂົ້າຮ່ວມ.


ໃນກອງປະຊຸມດັ່ງກ່າວ, ແມ່ນໄດ້ມີການລາຍງານວຽກທີ່ຜ່ານມາຂອງແຕ່ລະພະແນກ ແລະ ໜ້າວຽກທີ່ຈະກຽມສຸມໃສ່ໃນຕໍ່ໜ້າ ກໍ່ຄື ແຜນວຽກງານທີ່ຈະຈັດຕັ້ງປະຕິບັດໃນປີ 2026. ພ້ອມກັນນັ້ນ, ໃນພິທີດັ່ງກ່າວ ຍັງໄດ້ມີການມອບ-ຮັບໃບຍ້ອງຍໍຂອງ 3 ອົງການຈັດຕັ້ງມະຫາຊົນ ປະກອບມີ ໃບຍ້ອງຍໍ ຈາກສູນກາງສະຫະພັນກຳມະບານລາວ ຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງ 5 ເປັນເຈົ້າ ແຕ່ປີ 2021-2024 ຂອງສະມາຊິກກຳມະບານ, ໃບຍ້ອງຍໍ ຈາກສະຫະພັນແມ່ຍິງລາວ ແລະ ໃບຍ້ອງຍໍ ຂອງສູນກາງຊາວໜຸ່ມ. ໂອກາດດັ່ງກ່າວນີ້ ຍັງໄດ້ມີການມອບບັດສຳມະຊິກພັກສົມບູນໃຫ້ແກ່ສຳມາຊິກພັກຂອງກົມກິລາລະດັບສູງ. ພ້ອມນັ້ນ ຫຼັງສຳເລັດກອງປະຊຸມປະຈຳປີ ທາງກົມກິລາລະດັບສູງ ຍັງໄດ້ມີການຈັດງານສະຫຼຸບແລະຕ້ອນຮັບປີ 2026 ນຳອີກ.









