ຄະນະກຳມະການໂອແລມປິກແຫ່ງຊາດລາວ ຕີລາຄາການເຄື່ອນໄຫວວຽກງານ ປີ 2025

ກອງປະຊຸມຄົບຄະນະບໍລິຫານງານ ຄະນະກໍາມະການໂອແລມປິກ ແຫ່ງຊາດລາວ ປະຈໍາປີ 2025 ຈັດຂຶ້ນໃນວັນທີ 28 ມັງກອນ 2026 ເພື່ອສະຫລຸບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວ ປະຈໍາປີ 2025 ແລະ ວາງແຜນການ ເຄື່ອນໄຫວ ປະຈໍາປີ 2026 ຂອງຄະນະກຳມະການໂອແລມປິກແຫ່ງຊາດລາວ ໂດຍການເປັນປະທານຂອງ ທ່ານ ທອງສະລິດ ມັງໜໍ່ເມກ ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີອະດີດປະທານ, ຄະນະທີ່ປຶກສາ, ຄະນະບໍລິຫານງານຄະນະກໍາມະການໂອແລມປິກແຫ່ງຊາດລາວ, ຜູ້ບໍລິຫານສະຫະພັນກິລາແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

            ກອງປະຊຸມຄັ້ງນີ້, ໄດ້ຕີລາຄາຄືນການເຄື່ອນໄຫວວຽກງານຂອງ ຄະນະກຳມະການໂອແລມປິກແຫ່ງຊາດລາວ ໃນໄລຍະ 1 ປີຜ່ານມາ, ຕີລາຄາຈຸດດີ, ຂໍ້ຄົງຄ້າງ, ບາງບົດຮຽນທີ່ສາມາດຖອດຖອນໄດ້ ແລະ ກຳນົດທິດທາງການເຄື່ອນໄຫວແຜນວຽກຈຸດສຸມ ໃນປີ 2026, ພ້ອມທັງໄດ້ຮັບຟັງລາຍງານການ ຈັດຕັ້ງປະຕິບັດແຜນການເຄື່ອນໄຫວປະຈໍາປີ 2025 ແລະ ແຜນການເຄື່ອນໄຫວ ປະຈໍາປີ 2026, ວຽກງານການເງິນ ຂອງຄະນະກໍາມະການໂອແລມປິກແຫ່ງຊາດລາວ, ການຈັດຕັ້ງປະຕິບັດກອງທຶນສົ່ງ ເສີມກິລາສູ່ຂະບວນການໂອແລມປິກ ແລະ ຮັບຟັງການລາຍງານວຽກທີ່ພົ້ນເດັ່ນຂອງກໍາມະການ ຄະ ນະກຳມະການໂອແລມປິກແຫ່ງຊາດລາວ ແລະ ສະຫະພັນກິລາແຫ່ງຊາດລາວ. ພ້ອມນີ້, ຜູ້ເຂົ້າຮ່ວມ ໄດ້ເຊີດຊູຄວາມເປັນເຈົ້າການ ໃນການປະກອບຄຳຄິດຄຳເຫັນທີ່ສ້າງສັນ-ກົງໄປກົງມາ, ນອກຈາກຈະສະເໜີບັນຫາແລ້ວ ຍັງໄດ້ພ້ອມກັນແນະນຳວິທີແກ້ໄຂ ເພື່ອສົ່ງເສີມໃຫ້ບັນຍາກາດວຽກງານກິລາທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນຂະບວນຟົດຟື້ນກວ່າເກົ່າ, ຕິດພັນກັບການສົ່ງເສີມກິລາທ້ອງຖິ່ນ ແລະ ການທ່ອງທ່ຽວໃນປີ 2026 ນີ້.
ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຊີ້ນຳໃຫ້ຄະນະຮັບຜິດຊອບ ແລະ ກອງເລຂາກອງປະຊຸມ ປັບປຸງບົດລາຍງານຕາມຄຳເຫັນຂອງຜູ້ແທນກອງປະຊຸມ ແລະ ສະເໜີໃຫ້ຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້, ໃຫ້ກວ້າງຂວາງ ແລະ ເລິກເຊິ່ງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ແຕ່ລະສະຫະພັນກິລາແຫ່ງຊາດ ໃຫ້ເປັນເຈົ້າການ ໃນການສ້າງແຜນການເຄື່ອນໄຫວ, ຈັດການແຂ່ງຂັນໃຫ້ເປັນຂະບວນການຟົດຟື້ນ ໂດຍສົມທົບກັບທຸກພາກສ່ວນຂອງສັງຄົມເປັນເຈົ້າການຫລາຍຂຶ້ນ, ພ້ອມທັງສະຫລຸບສັງຮວມຜົນການເຄື່ອນໄຫວ ຂອງສະຫະພັນກິລາຕົນ ໃຫ້ຄະນະກໍາມະການໂອແລມປິກແຫ່ງຊາດລາວ ເປັນປົກກະຕິ; ໃຫ້ກຳມະການຕ່າງໆຂອງຄະນະກຳມະການໂອແລມປິກແຫ່ງຊາດລາວ ໂດຍສະເພາະກຳມະການເຕັກນິກ ສ້າງແຜນຮ່ວມກັບບັນດາສະຫະພັນກິລາແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃນການບໍລິຫານຄຸ້ມຄອງສະຫະພັນ, ສ້າງແຜນການກໍ່ສ້າງນັກກິລາ ໃຫ້ມີຈຸດສຸມ ແລະ ເປັນລະບົບຕໍ່ເນື່ອງ, ໃຫ້ຄະນະຮັບຜິດຊອບຂໍ້ມູນຂ່າວສານເກັບກຳ ແລະ ເຜີຍແຜ່ຜົນງານການເຂົ້າຮ່ວມ ນໍາບັນດາສະຫະພັນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າເຖິງຊາວໜຸ່ມເຍົາວະຊົນ ແລະ ແມ່ຍິງ ແນໃສ່ໃຫ້ເຂົາເຈົ້າໄດ້ເຂົ້າຮ່ວມການອອກກຳລັງກາຍ ແລະ ຫລິ້ນກິລາຫລາຍຂຶ້ນ.
            ໃນໄລຍະ 1 ປີຜ່ານມາ, ຄະນະກໍາມະການໂອແລມປິກແຫ່ງຊາດລາວ, ບັນດາສະຫະພັນ ກິລາແຫ່ງຊາດ ແລະ ກໍາມະການທີ່ຂຶ້ນກັບຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ຕັ້ງໜ້າບຸກບືນ ສ້າງຜົນງານໃນການເຄື່ອນໄຫວວຽກງານກິລາ-ກາຍຍະກຳ ທັງຈັດຕັ້ງການແຂ່ງຂັນພາຍໃນປະເທດ ແລະ ເຂົ້າຮ່ວມການແຂ່ງຂັນໃນລະດັບອະນຸພາກພື້ນ ແລະ ສາກົນ ຢ່າງເປັນຂະບວນສົມຄວນ.
Scroll to Top