ກົມກິລາລະດັບສູງ ຮ່ວມກັບ ສະຫະພັນກິລາຢູໂດແຫ່ງຊາດລາວ ຈັດຝຶກອົບຮົມຄູຝຶກລະດັບຊາດ ເພື່ອຍົກສູງດ້ານຄຸນນະພາບ ແລະ ພັດທະນາບຸກຄະລາກອນ

   ເມື່ອວັນທີ 24 ມີນາ 2026 ທີ່ສູນກິລາບູໂດ ລາວ-ຍີ່ປຸ່ນ ໄດ້ມີການຈັດຝຶກອົບຮົມຄູຝຶກກິລາຢູໂດ ລະດັບຊາດ ຂື້ນ. ໃຫ້ກຽດເປັນປະທານໂດຍ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຄຳບໍ່ ສີປະເສີດ ຮອງປະທານເລຂາທິການສະຫະພັນກິລາຢູໂດແຫ່ງຊາດລາວ ມີນັກສຳມະນາກອນ, ວິທະຍາກອນ ຈາກບັນດາແຂວງ ແລະ ສະໂມສອນຕ່າງໆ ທັງໝົດ 18 ທ່ານ ເປັນຍິງ 10 ຄົນ.

     ໂອກາດດັ່ງກ່າວ, ທ່ານ ສີຈັນ ຈິດຕະປັນຍາ ກໍ່ກ່າວເປີດພິທີຝຶກອົບຮົມ ແລະ ມີຄຳເຫັນຫຼາຍດ້ານທີ່ຈັດຝຶກອົບຮົບໃນຄັ້ງນີ້ຂື້ນມາ ແມ່ນເພື່ອຍົກສູງດ້ານຄຸນນະພາບບັນດາຄູຝຶກ ແລະ ພັດທະນາບຸກຄະລາກອນ ເພື່ອຕອບສະໝອງໃຫ້ແກ່ການຝຶກຊ້ອມໃຫ້ແກ່ນັກກິລາໃນມີຄຸນນະພາບ ແລະ ສາມາດນຳໃຊ້ເຂົ້າໃນການພັດທະນາຝືມືນັກກິລາ ໃຫ້ກ້າວສູ່ລະດັບທີ່ດີຂື້ນ ແລະ ສາມາດຍາດໄດ້ຫຼຽນ ທັງພາຍໃນ ແລະ ຕ່າງປະເທດ. 

      ສຳລັບການຝຶກອົບຮົມດັ່ງກ່າວ ແມ່ນຈະດຳເນີນເປັນເວລາ 4 ວັນ ລະຫວ່າງວັນທີ 24-27 ມີນາ 2026 ມີທັງການຮຽນແບບພາກທິດສະດີ ແລະ ການປະຕິບັດຕົວຈິງ ແລະ ຍັງຈະມີການເສີມກະຕິກາໃໝ່ໆ ໃຫ້ແກ່ນັກສຳມະນາກອນທີ່ເຂົ້າຮ່ວມການຝຶກອົບຄັ້ງນີ້ອີກດ້ວຍ.

Scroll to Top