
ໃນຕອນເຊົ້າວັນທີ 13 ເມສາ 2026ນີ້ ທີ່ຫ້ອງປະຊຸມ ກະຊວງສຶກສາທິການ ແລະ ກິລາ (ຕຶກເຂດເຈົ້າອານຸວົງ) ມີພິທີໂອ້ລົມນັກກິລາທີມຊາດລາວ ທີ່ຈະເດີນໄປຮ່ວມແຂ່ງຂັນກິລາຫາດຊາຍອາຊີ ຄັ້ງທີ 6 ທີ່ເມືອງຊານຢາ ສປ ຈີນ ລະຫວ່າງວັນທິ 22-30 ເມສາ 2026 ( 6th Asian Beach Games Sanya 2026). ໂດຍໃຫ້ກຽດໂອ້ລົມຂອງທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ກະເສມ ອິນທະລາ ຄະນະບໍລິຫານງານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີຮອງຫົວໜ້າກົມກິລາລະດັຍສູງ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ໃນພິທີ ທ່ານ ບຸນຍະແສງ ນະຊຽງຄຳ ຕາງໜ້າກອງເລຂາ ໃນນາມຄະນະຮັບຜິດຊອບ ໄດ້ຂຶ້ນແນະນຳຂັ້ນຕອນຕ່າງໆ ໃນການເດີນທາງເຂົ້າ ສປ ຈີນ ລວມເຖິງລະບຽບການຕ່າງໆ, ການເດີນທາງໄປມາ ໃນຂະນະທີ່ຢູ່ບ້ານພັກນັກກິລາ ຫຼື ໄລຍະທີ່ໄປລົງທຳການແຂ່ງຂັນ ແລະ ຍັງລວມເຖິງການປັບຕົວເລື່ອງອາຫານການກິນ ທັງນີ້ ກໍເພື່ອໃຫ້ນັກກິລາທຸກຄົນ ມີຄວາມເຂົ້າໃຈຂຶ້ນຕື່ມ ເພາະວ່າ ບາງຄົນ ຫາກໍເປັນຄັ້ງທຳອິດ ທີ່ໄດ້ເຂົ້າຮ່ວມແຂ່ງຂັນລາຍການລະດັບນານາຊາດ.
ໂອກາດນີ້ ທ່ານຫົວໜ້າກົມກິລາລະດັບສູງ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະຮັບຜິດຊອບ ກໍ່ຄືກອງເລຂາ ທີ່ໄດ້ມີການອະທິບາຍແນະນຳຂັ້ນຕອນຕ່າງໆຢ່າງລະອຽດຖີ່ຖ້ວນ, ລວມເຖິງຄະນະຄູຝຶກ ແລະ ນັກກິລາ ທີ່ໄດ້ມີຄວາມເອົາໃຈໃສ່ໃນການຝຶກແອບຝຶກຊ້ອມ ເຖິງແມ່ນວ່າ ຈະມີຂໍ້ຫຍຸ້ງຍາກບາງອັນກໍ່ຕາມ ແຕ່ທຸກຄົນ ໄດ້ມີຄວາມຕັດສິນໃຈສູງ ທີ່ຈະສ້າງຜົນງານມາໃຫ້ແກ່ປະເທດຊາດ. ເຖິງແນວມໃດກໍ່ຕາມ ທ່ານໄດ້ຮຽກຮອງໃຫ້ຄູຝຶກ ແລະ ນັກກິລາ ທຸກຄົນ ເອົາໃຈໃສ່ຕໍ່ຄຳແນະນຳຂອງຄະນະຮັບຜິດຊອບນັກກິລາ ທີ່ໄດ້ເວົ້າໄປນັ້ນ ໂດຍສະເພາະຄູຝຶກແຕ່ລະປະເພດກິລາ ຕ້ອງໄດ້ມີການຕິດຕາມ ແລະ ເອົາໃຈໃສ່ຕໍ່ນັກກິລາຂອງຕົນເອງ ເປັນຕົ້ນແມ່ນ ກວດກາພາສປອດ ຫຼື ໜັງສືເດີນທາງ, ອຸປະກອນການແຂ່ງຂັນບາງອັນທີ່ຈະຕ້ອງຖືຕິດໂຕໄປນຳ ຕະຫຼອດຮອດເດີນທາງຮອດປະເທດເຈົ້າພາບແລ້ວ ນັກກິລາທຸກຄົນ ຕ້ອງປະຕິບັດຕາມກົດລະບຽບທີ່ໄດ້ກຳນົດໄວ້, ມີການຕິດຕາມຕາຕະລາງການແຂ່ງຂັນຢ່າງໃກ້ຊິດ ເພາະບາງລາຍການ ອາດມີການປ່ຽນແປງວັນເວລາການແຂ່ງຂັນກະທັນຫັນ ສະນັ້ນ ຜູ້ທີ່ເປັນຄູຝືກ ຈະຕ້ອງໄດ້ເອົາໃຈໃສ່ ລວມເຖິງການເດີນທາງໄປແຂ່ງຂັນ ຫຼື ກັບທີ່ພັກ ເພື່ອປ້ອງກັນເຫດການບໍ່ຄາດຄິດທີ່ຈະເກີດຂຶ້ນກັບຄະນະນັກກິລາຂອງລາວເຮົາ. ຂະນະທີ່ ທ່ານ ກະເສມ ອິນທະລາ ກໍ່ໄດ້ເນັ້ນເຖິງການນຳໃຊ້ຢາ ທີ່ເປັນຢາສາມັນ ຄວນມີຄວາມລະມັດລະວັງທີ່ສຸດ ຫຼື ຕ້ອງລາຍງານໃຫ້ທີມແພດໃຫ້ຮັບຊາບກ່ອນ ເພື່ອປ້ອງກັນຜົນຂ້າງຄຽງທີ່ຈະຕາມມາ ຫາກຢາຊະນິດນັ້ນ ມີຜົນຂ້າງຄຽງຕໍ່ການໃຊ້ສານຕ້ອງຫ້າມ ຫາກຖືກກວດພົບເຫັນ ອາດຈະຖືກຕັດສິດຫ້າມລົງແຂ່ງຂັນ ຫຼື ຖືກຍຶດຫຼຽນ ກໍລະນີ ໄດ້ຫຼຽນ ແລ້ວຖືກກວດພົບວ່ານຳໃຊ້ສານຕ້ອງຫ້າມ ຕາມພາຍຫຼັງ.
ການແຂ່ງຂັນກິລາຫາດຊາຍອາຊີ ຄັ້ງທີ 6 ທີ່ເມືອງຊັນຢາ ສປ ຈີນ ເປັນເຈົ້າພາບ ລະຫວ່າງວັນທີ 22- 30 ເມສາ 2026 ແຂ່ງຂັນ 14 ປະເພດກິລາ ຂະນະທີ່ ສປປ ລາວ ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມທັງໝົດ 25 ທ່ານ, ໃນນັ້ນ ຄະນະນຳ, ກອງເລຂາ 5 ທ່ານ , ຄູຝຶກ ແລະ ນັກກິລາ 20 ທ່ານ ໃນຈຳນວນ 3 ປະເພດກິລາ ຄື: ກິລາບານສົ່ງຫາດຊາຍ, ກິລາເທັກບອນຫາດຊາຍ ແລະ ກິລາ ຈູຈິດຊູ ຫາດຊາຍ. ສຳລັບການເຂົ້າຮ່ວມແຂ່ງຂັນກິລາຫາດຊາຍອາຊີ ຄັ້ງຫຼ້າສຸດ ຄືຄັ້ງທີ 5 ທີ່ນະຄອນດາໜັງ ສສ ຫວຽດນາມ ປີ 2016 ທັບນັກກິລາລາວເຮົາ ສາມາດຍາດໄດ້ 3 ຫຼຽນຄຳ,3 ຫຼຽນເງິນ ແລະ 24 ຫຼຽນທອງ ລວມທັງໝົດ 30 ຫຼຽນ ຈັດຢູ່ອັນດັບ 14 ຂອງຕາຕະລາງສະຫຼຸບຫຼຽນ ຈາກ 34 ພາກສ່ວນເຂົ້າຮ່ວມແຂ່ງຂັນ.

ສປປ ລາວ ສົ່ງ 3 ປະເພດກິລາ ຮ່ວມງານກິລາຫາດຊາຍອາຊີ ຄັ້ງທີ 6 ( Asian Beach Games 2026) ທີ່ ສປ ຈີນ ລະຫວ່າງ ວັນທີ 22-30 ເມສາ 2026

ກົມກິລາລະດັບສູງ ຮ່ວມກັບ ສະຫະພັນກິລາຢູໂດແຫ່ງຊາດລາວ ຈັດຝຶກອົບຮົມຄູຝຶກລະດັບຊາດ ເພື່ອຍົກສູງດ້ານຄຸນນະພາບ ແລະ ພັດທະນາບຸກຄະລາກອນ

ລາວ ໂທລະຄົມ ມອບເງິນສະໜັບສະໜູນ ຊົມເຊີຍຜົນງານນັກກິລາທີມຊາດລາວ ທີ່ໄດ້ຮັບຫຼຽນໃນການແຂ່ງຂັນ ກິລາຊີເກມ ຄັ້ງທີ 33 ລວມມູນຄ່າ 460,000,000 ກີບ

ກອງປະຊຸມແລກປ່ຽນບົດຮຽນ ການຈັດງານມະຫາກຳກິລາແຫ່ງຊາດ ເພື່ອກະກຽມໃຫ້ແກ່ການເປັນເຈົ້າພາບງານມະຫາກຳກິລາແຫ່ງຊາດ ຄັ້ງທີ XIII

ຄະນະກຳມະການໂອແລມປິກແຫ່ງຊາດລາວ ຕີລາຄາການເຄື່ອນໄຫວວຽກງານ ປີ 2025




