ກົມກິລາລະດັບສູງ ປຶກສາຫາລືກ່ຽວກັບການໂຮມສະຖານການສຶກສາ 03 ພາກສ່ວນ ເຂົ້າເປັນສະຖາບັນກິລາ-ກາຍຍະກຳແຫ່ງຊາດ

                ໃນວັນທີ 19 ພຶດສະພາ 2026 ກົມກິລາລະດັບສູງ ໄດ້ຈັດກອງປະຊຸມປຶກສາຫາລື ຄົ້ນຄວ້າ ກ່ຽວກັບການໂຮມສະຖານການສຶກສາ 03 ພາກສ່ວນ ເຂົ້າເປັນສະຖາບັນກິລາ-ກາຍຍະກຳແຫ່ງຊາດ ຕາມທິດຊີ້ນຳຂອງທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ຕຸດາວັນ ຫນໍ່ເມືອງເສດ ຫົວຫນ້າກົມຈັດຕັ້ງ ແລະ ທ່ານ ສີຈັນ ຈິດຕະປັນຍາ ຫົວຫນ້າກົມກິລາລະດັບສູງ ໂດຍມີ 5 ພາກສ່ວນເຂົ້າຮ່ວມ ຄື: ກົມຈັດຕັ້ງ, ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ຄະນະວິທະຍາສາດການກິລາ-ກາຍຍະກຳ ມະຫາວິທະຍາໄລແຫ່ງຊາດ, ສະຖາບັນກິລາ-ກາຍຍະກຳ ແລະ ວິທະຍາໄລພະລະສຶກສາ.

Scroll to Top