ກົມກິລາລະດັບສູງ ໄດ້ຮັບອຸປະກອນກິລາຈາກ ແຂວງຢຸນນານ ສປ ຈີນ ເພື່ອຊຸກຍູ້ແລະພັດທະນາກິລາລາວ

          ເມື່ອວັນທີ 13 ມີນາ 2025 ທີ່ສະຖາບັນກິລາ-ກາຍຍະກຳ (ສີເກີດ) ນະຄອນຫຼວງວຽງຈັນ ໄດ້ມີພິທີມອບຮັບການສະໜັບສະໜູນອຸປະກອນກິລາຈາກທາງແຂວງຢຸນນານ ສປ ຈີນ ຂື້ນ. ໃຫ້ກຽດຕ່າງໜ້າຮັບໂດຍ ທ່ານ ປອ ຈັນທະວົງ ປັນຍາສິຣິ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ, ຮອງຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ, ຫົວໜ້າພະແນກ, ຮອງພະແນກ, ຄູອາຈານ ແລະ ນັກກິລາ ຮ່ວມເປັນສັກຄີພະຍານ.

 

       ສຳລັບ ອຸປະກອນກິລາໃນຄັ້ງນີ້ ແມ່ນເພື່ອນຳໃຊ້ໃນການຝຶກຊ້ອມກິລາ ແລະ ການຮຽນການສອນ ໃນປະເພດກິລາດັ່ງນີ້ : ກິລາປິ່ງປ່ອງ, ກິລາບານບ້ວງ, ກິລາບານເຕະ, ກິລາວູຊູ, ກິລາບານສົ່ງ, ກິລາມວຍສາກົນ ແລະ ກິລາແລ່ນ-ລານ. ເຊີ່ງລວມມູນຄ່າທັງໝົດ 414.894 ຢວນ.

Scroll to Top