
ປະຊຸມດັ່ງກ່າວຄັ້ງທີ ແມ່ນດຳເນີນເປັນມື້ທີ 2 ຂອງວັນທີ 27 ກຸມພາ 2025 ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ ໃຫ້ກຽດເປັນປະທານໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນຳວຽກກິລາ-ກາຍຍະກຳ, ມີຫົວຫນ້າກົມກິລາລະດັບສູງ, ຫົວໜ້າກົມມວນຊົນ, ພະລະ ແລະ ສີລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຮອງຫົວໜ້າກົມ, ຫົວໜ້າພະແນກສຶກສາທິການ ແລະ ກິລາ, ຮອງພະແນກ, ຫົວໜ້າຂະແໜງກິລາ ຈາກ 17 ແຂວງ 1 ນະຄອນຫລວງ, ປະທານ, ຮອງປະທານ, ເລຂາທິການ ຈາກບັນດາສະຫະພັນກິລາແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ


ໃນວາລະຂອງມື້ທຳອິດ (26 ກຸມພາ) ແມ່ນຈະເປັນການແບ່ງກຸ່ມຄົ້ນຄວ້າ ຕາມແຕ່ລະຫົວຂໍ້ເນື້ອໃນຂອງຮ່າງແຜນຍຸດທະສາດກິລາລາວ, ໃນວັນທີ 27 ກຸມພາ 2025 ແມ່ນຈະເປັນການລາຍງານການຈັດຕັ້ງປະຕິບັດວຽກງານກິລາລະດັບສູງໃນປີ 2024 ແລະ ທິດທາງແຜນການປີ 2025, ລາຍງານຜົນການຄົ້ນຄວ້າ ແລະ ປະກອບຄຳເຫັນລວມຂອງຜູ້ແທນກອງປະຊຸມ ຕໍ່ຮ່າງແຜນຍຸດທະສາດພັດທະນາກິລາລາວ ຮອດປີ 2030 ແລະ ວິໄສທັດ ຮອດປີ 2050. ນອກຈາກນັ້ນ, ຍັງມີການປະກອບຄຳເຫັນ ຂອງບັນດາແຂວງ/ນະຄອນຫຼວງ ແລະ ສະຫະພັນກິລາແຫ່ງຊາດ ໃນການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນໃນປີ 2024 ແລະ ແຜນບູລິມະສິດ 2025 ແລະ ຍັງໄດ້ມີການລາຍງານການກະກຽມການເປັນເຈົ້າພາບຈັດການແຂ່ງຂັນມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ ໃນທ້າຍປີນີ້.
ສຳລັບ ກອງປະຊຸມຄັ້ງນີ້ ແມ່ນຈະດຳເນີນເປັນເວລາ 3 ວັນ ລະຫວ່າງວັນທີ 26-28 ກຸມພາ 2025.

Slide 1 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide 1 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide 1 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide 2 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide 3 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide Heading
Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar dapibus leo.
Click Here
Previous slide
Next slide