ເປຕັງລາວ ຄວ້າ 2 ຫຼຽນຄຳ, 2 ຫຼຽນເງີນ ແລະ 4 ຫຼຽນທອງ ໃນຊີເກມ ຄັ້ງທີ 33 ທີ່ປະເທດໄທ

     ທັບນັກກິລາເປຕັງລາວ ຍັງເປັນກຳລັງຫຼັກໃນການຍາດຫຼຽນຄຳໃຫ້ແກ່ທັບນັກກິລາລາວ ໃນການເຂົ້າງານແຂ່ງຂັນກິລາງານມະຫາກຳກິລາຊີເກມ ຄັ້ງທີ 33 ທີ່ນະຄອນຫຼວງບາງກອກ ຣາຊະອານາຈັກໄທ ເປັນເຈົ້າພາບ ລະຫວ່າງວັນທີ 9-20 ທັນວາ 2025.

   

     ໃນງານແຂ່ງຂັນຊີເກມຄັ້ງນີ້ ເປຕັງລາວ ຍັງຖືວ່າ ເປັນກຳລັງຫຼັກໃນການຍາດແຍ່ງເອົາຫຼຽນຄຳ ມາໃຫ້ແກ່ທັບນັກກິລາລາວ ໄດ້ຢູ່ຕະຫຼອດ. ເຊີ່ງໃນຄັ້ງນີ້ ແມ່ນຍາດມາໄດ້ແລ້ວ 2 ຫຼຽນຄຳ, 2 ຫຼຽນເງີນ ແລະ 4 ຫຼຽນທອງແດງ ປະກອບມີ :

             2 ຫຼຽນຄຳ ໄດ້ມາຈາກ ລາຍການ [ Women ] Singles ຈາກນັກກິລາ  BOVILAK THEPPHAKAN ແລະ  [Mixed] Mixed Triples Team (1 Men + 2 Women) ຈາກນັກກິລາ BOUTTA NEUTHSAVATH, NOY MANYTHONE, MANIVANH SOULIYA;

              2 ຫຼຽນເງີນ ແມ່ນໄດ້ມາຈາກ ລາຍການ [ Men ] Singles ຈາກນັກກິລາ BOUNTAMY SOUTHAMMAVONG  ແລະ ລາຍການ  [Mixed] Mixed Triples Team (1 Women + 2 Men) ຈາກນັກກິລາ VILASACK LATHSAVONG, SOMSAMAY XAMOUNTY, CHANSAMONE VONGSAVATH;

               4 ຫຼຽນທອງແດງ ແມ່ນໄດ້ມາຈາກ PHOUDTHALA KEOKANNIKA ລາຍການ [ Men ] Shooting, THANAWAN TOOSEWHA ແລະ RATCHATA KHAMDEE ລາຍການ [ Men ] Doubles,  ALY SENGCHANPHET ແລະ CHINDAVONE SISAVATH ລາຍການ [ Women ] Doubles, [ Mixed ] Mixed double ຈາກ BOUTTA NEUTHSAVATH, NOY MANYTHONE, MANIVANH SOULIYA

Scroll to Top