ທຸງຊາດລາວ ຂື້ນສູ່ຍອດເສົາໃນງານມະຫາກຳກິລາຊີເກມ ຄັ້ງທີ 33 ທີ່ຣາຊະອານາຈັກໄທ ເປັນທີ່ຮຽບຮ້ອຍ

                       ໃນຕອນບ່າຍຂອງວັນທີ ທັນວາ 2025, ທີ່ບໍລິເວນເດີ່ນກາງແຈ້ງ ອິນດໍ ສະເຕດຽມ ຫົວໝາກໄດ້ພິທີເຊີນທຸງຂອງທຸກຊາດໃນອາຊຽນທີ່ເກມ ຄັ້ງທີ 33 ລະຫວ່າງວັນທີ 920 ທັນວາ ຂຶ້ນສູ່ຍອດເສົາ. ໃຫ້ກຽດກ່າວຕ້ອນຮັບ ແລະ ເປັນປະທານໂດຍ ທ່ານ ດຣ ມີໄຊ ອິນວູດ ຮອງຜູ້ວ່າການ ກິລາແຫ່ງປະເທດໄທ ຝ່າຍບໍລິຫານ, ທ່ານ ທະນາ ໄຊຍະປະສິດ ຫົວໜ້າຄະນະນັກກິລາໄທ ລວມທັງຕົວແທນ ແລະ ນັກກິລາຈາກ 11 ປະເທດເຂົ້າຮ່ວມ. ສ່ວນ ທັບນັກກິລາ ສປປ ລາວ ແມ່ນໃຫ້ກຽດນຳພາໂດຍ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າຄະນະນຳທັບນັກກິລາ ສປປ ລາວ, ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ.  

ໃນພິທີຄັ້ງນີ້ ທັງ 10 ຊາດອາຊຽນ ໃນຖານະແຂກຄົນສໍາຄັນທີ່ມາເຂົ້າຮ່ວມແຂ່ງຂັນຊີເກມ ຢູ່ປະເທດໄທ ໄດ້ມີການມອບຂອງທີ່ລະນຶກ ສ້າງຄວາມປະທັບໃຈໃຫ້ກັບຕົວແທນຈາກທຸກຊາດ.

Scroll to Top