ຢູນິເທວ ອວຍພອນປີໃໝ່ ພ້ອມໃຫ້ການຮ່ວມມືກັບວຽກງານພັດທະນາກິລາໃນຕໍ່ໜ້າ

                ບໍລິສັດ ຢູນິເທວ (Unitel) ອວຍພອນປີໃໝ່ ຄະນະກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມໃຫ້ການຮ່ວມມືກັບວຽກງານພັດທະນາກິລາໃນຕໍ່ໜ້າ ບໍ່ວ່າຈະເປັນການໃຫ້ການສະໜັບສະໜູນອິນເຕີເນັດ ແລະ ວັດຖຸ ເພື່ອພັດທະນາວົງການກິລາລາວ ທັງພາຍໃນ ແລະ ຕ່າງປະເທດ.

                ໂອກາດຄັ້ງນີ້ ແມ່ນໃຫ້ກຽດຕ້ອນຮັບໂດຍ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ໊າກົມກິລາລະດັບສູງ ກະຊວງສຶກສາທິການ ແລະກິລາ ພອ້ມດ້ວຍຄະນະກົມ ພ້ອມກັນນັ້ນ, ທ່ານຫົວໜ໊າກົມກິລາລະດັບສູງ ຍັງໄດ້ກ່າວຂອບໃຈທີ່ທາງ ຢູນິເທວ ຈະມາໃຫ້ການສະໜັບສະໜູນທາງດ້ານກິລາລາວເຮົາ ແລະ ກໍ່ຂໍຂອບໃຈທີ່ຜ່ານມາ ທີ່ທາງ ຢູນິເທວ ມີສ່ວນຮ່ວມໃນການສົ່ງເສີມກິລາພາຍໃນ ແລະ ກໍ່ຫວັງຢ່າງຍີ່ງວ່າ ໃນຕໍ່ໜ້າ ພວກເຮົາຈະໄດ້ຮ່ວມມືກັນສົ່ງເສີມ ແລະ ພັດທະນາກິລາລາວ ທັງພາຍໃນ ແລະ ຕ່າງປະເທດ.

Scroll to Top