ພິທີມອບ-ຮັບການສະໜັບສະໜູນການແຂ່ງຂັນງານມະຫາກຳກິລາ ມະຫາວິທະຍາໄລລາວ ເກມ 2024 ຄັ້ງທີ 2 ຫຼື ກມລ 2 ຈະຈັດຂຶ້ນລະຫວ່າງວັນທີ 5-14 ພຶດສະພານີ້ ຂອງຫຼາຍພາກສ່ວນ ລວມມູນຄ່າ 1.505.242.400 ກີບ ໃນນີ້ສະເພາະ ບໍລິສັດ ເບຍລາວ ຈຳກັດ ອຸປະຖຳ ລວມມູນຄ່າ 900 ລ້ານກີບ ຈັດຂຶ້ນ ໃນຕອນແລງວັນທີ 30 ເມສາ 2024 ທີ່ສະຖາບັນຂົງຈື ວິທະຍາເຂດດົງໂດກ ຕາງໜ້າມອບໂດຍ ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ ແລະ ຕາງໜ້າກ່າວຮັບແມ່ນທ່ານ ຮສ.ປອ ອຸດົມ ພອນຄຳເພັງ ປະທານສະຫະພັນກິລາມະຫາວິທະຍາໄລລາວ ທັງເປັນປະທານຈັດງານກິລາ ກມລ 2 ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ທັງເປັນຜູ້ຊີ້ນຳການຈັດງານກິລາ ກມລ 2.

ສຳລັບບັນດາພາກສ່ວນທີ່ໃຫ້ການສະໜັບສະໜູນ ປະກອບມີ ບໍລິສັດ ເບຍລາວ ຈຳກັດ ໃຫ້ການສະໜັບສະໜູນ 900 ລ້ານກີບ, ໃນນັ້ນ ເປັນເງິນສົດ 100 ລ້ານກີບ, ຜະລິດຕະພັນຕ່າງໆ ໂດຍສະເພາະເຄື່ອງດື່ມ ລວມມູນຄ່າ 663 ລ້ານກີບ ແລະ ປ້າຍຕ່າງໆ 137 ລ້ານກີບ, ມະຫາວິຍາໄລຊົນເຜົາກວາງຊີ 300 ລ້ານກີບ ແລະ ບໍລິສັດ ບູນກຣາດ ດີຊາຍກຼຸບ ຈຳກັດຜູ້ດຽວ 150 ລ້ານກວ່າກີບ.
ນອກຈາກນັ້ນ ກໍຍັງມີສະພາການຄ້າກວາງຊີ ປະຈຳສປປ ລາວ 30 ລ້ານກີບ, ບໍລິສັດ ດັບເບິນຢູ ດັບເບິນຢູ, ບໍລິສັດ ແມ່ຂອງ ຈຳກັດ ແລະ ບໍລິສັດ ແສງເພັດ ກໍ່ສ້າງຂົວທາງ ຈຳກັດຜູ້ດຽວພາກສ່ວນລະ 20 ລ້ານກີບ, ບໍລິສັດ ຢຸນລຸນ ກໍ່ສ້າງຂົວທາງ ຈຳກັດຜູ້ດຽວ, ບໍລິສັດ ແກ້ວປະເສີດ ການລົງທຶນ ຈຳກັດຜູ້ດຽວ, ບໍລິສັດ ເດີບິວເດີ ສຳຫຼວດ-ອອກແບບ, ກໍ່ສ້າງ ແລະ ທີ່ປຶກສາຈຳກັດ ແລະ ບໍລິສັດ ວີໂວລາວ ພາກສ່ວນລະ 10 ລ້ານກີບ.
ຮ້ານຈຳໜ່າຍອຸປະກອນການສຶກສາ ເອດີເອັດ, ທ່ານ ຢາງກົງຊຽງ ນັກສຶກສາປະລິນຍາໂທ ຄະນະອັກສອນສາດ ມຊ, ບໍລິສັດ ເຄພີ ກໍ່ສ້າງ ຈຳກັດຜູ້ດຽວ ແລະ ບໍລິສັດ ວີເອັນວີກໍ່ສ້າງ ຈຳກັດຜູ້ດຽວ ພາກສ່ວນລະ 5 ລ້ານກີບ, ບໍລິສັດ ໂຮງງານເພັດປະກາຍຕັດຫຍິບປັກແສ່ວ ແລະ ພິມ 3 ລ້ານກີບ ແລະ ບໍລິສັດ ເອັກພີການຄ້າຄົວວົງຈອນ ຈຳກັດຜູ້ດຽວ 2 ລ້ານກີບ ລວມມູນຄ່າໃນການສະໜັບສະໜູນເປັນເງິນສົດ 555 ລ້ານກີບ ແລະ ລວມມູນຄ່າທັງໝົດ 1.505.242.400 ກີບ.
ພາບ-ຂ່າວ: ສົງການ ພັນແພງດີ
ໜັງສືພິມສຶກສາ ແລະ ກິລາ

