ເບ ສະຫວັນ ແຊ໋ມເກົ່າ ຍັງເປັນທີມນຳຕາຕະລາງ. ຂະນະທີ່ ລາວ ຟຸດຊໍ ລີກ 2024 ອາທິດ ທີ 9 ມີແຂ່ງຂັນກັນ 6 ຄູ່

ສະໂມສອນ ເບ ສະຫວັນ ເອັຟຊີ ແຊ໋ມເກົ່າ ຟອມຍັງດີຕໍ່ເນື່ອງເປັນທີມນຳຕາຕະລາງເກັບໄຊຊະນະ 8 ນັດລວດ. ຂະນະທີ່ ວັນເສົານີ້ ແມ່ນຈະລົງສະໜາມນັດທີ 9 ພົບກັບ ສະໂມສອນ ຊີໄອທີ ເອັຟຊີ ທີມອັນດັບ 3 ຂອງຕາຕະລາງຄະແນນ. ສ່ວນຕາຕະລາງການແຂ່ງຂັນອາທິດນີ້ ແມ່ນມີດັ່ງນີ້

ວັນເສົາ 04 ພຶດສະພາ 2024

ເວລາ 14:00 ເບສະຫວັນ ພົບ ຊີໄອທີ

ເວລາ 16:00 ມາສະດາ ຈີບີ ພົບ ເຫນືອ-ໃຕ້

ເວລາ 18:00 ລະຊະຕະ ພົບ ເອັສທີທີ

ວັນອາທິດ 05 ພຶດສະພາ 2024

ເວລາ 14:00 ວີເຊີນ ພົບ ເຄເອັມທີ

ເວລາ 16:00 ນະຄອນຫລວງ ຈີບີ ພົບ ຊີທີເອ ພາວເວີ້

ເວລາ 18:00 ຈັນສີ ພົບ ອາສາ ພາວເວີ້

ທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາໃນຮົ່ມ
ສູນຝຶກຫ້ວຍຫົງ ສຕລ 

 

ສາມາດໄປຊົມ ແລະ ເຊຍ
ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້
, ເຂົ້າຊົມຟຣີ
ແລະ ສາມາດຕິດຕາມຮັບຊົມ ການຖ່າຍທອດສົດໄດ້ຜ່ານທາງເພສ ເຟສບຸກ
LAO
FUTSAL LEAGUE, LAOFF TV
ສະຫະພັນບານເຕະແຫ່ງຊາດລາວ
ແລະ ເວບໄຊ ສະຫະພັນບານເຕະແຫ່ງຊາດລາວ
www.laoff.org.la

Scroll to Top