ກົມກິລາລະດັບສູງ ຕ້ອນຮັບການມາຢ້ຽມຢາມພະແນກສຶກສາທິການ ແລະ ກິລາ ແຂວງເຊກອງ ທີ່ມາຖອດຖອນບົດຮຽນວຽກກິລາ

             ໃນວັນທີ 30 ເມສາ 2026 ພະແນກສຶກສາທິການ ແລະ ກິລາ ແຂວງເຊກອງ ນຳໂດຍ ທ່ານ ມະໄລເພັດ ມາດມະນີວົງ ຮອງຫົວຫນ້າພະແນກສຶກສາທິການ ແລະ ກິລາ ແຂວງເຊກອງ ພ້ອມດ້ວຍຄະນະ ເຂົ້າຮ່ວມຖອດຖອນບົດຮຽນ ແລະ ແລກປ່ຽນຄຳຄິດຄຳເຫັນ ນຳກົມກິລາລະດັບສູງ ໂດຍສະເພາະດ້ານພື້ນຖານໂຄງລ່າງ ແລະ ບຸກຄະລາກອນດ້ານການກິລາ, ພ້ອມທັງຂໍຄວາມຊ່ວຍເຫລືອທາງດ້ານການສ້າງ ແລະ ພັດທະນາ ກຳມະການຕັດສິນ, ຄູຝຶກ ແລະ ນັກກິລາ ຂອງແຂວງ ຊຶ່ງມີທັງຫມົດ 13 ສະຫະພັນກິລາ ຂອງແຂວງເຊກອງ ແລະ ຂໍການສະຫນັບສະຫນູນອຸປະກອນກິລາ. ພ້ອມນີ້, ທ່ານ ສີຈັນ ຈິດຕະປັນຍາ ຫົວຫນ້າກົມກິລາລະດັບສູງ ໄດ້ມີຄຳເຫັນແລກປ່ຽນຢູ່ 2 ຂໍ້ໃຫຍ່ ຄື: ການກະກຽມເປັນເຈົ້າພາບຈັດການແຂ່ງຂັນ ແລະ ການກະກຽມເຂົ້າຮ່ວມການແຂ່ງຂັນ ໂດຍປະຕິບັດຕາມຂໍ້ກຳນົດ, ກົດລະບຽບຂອງສະຫະພັນກິລາແຫ່ງຊາດ ວາງອອກ ແລະ ຄະນະພະແນກຂອງກົມກິລາລະດັບສູງ ກໍໄດ້ໃຫ້ຄຳແນະນຳຕື່ມກ່ຽວກັບວຽກງານກະກຽມເປັນເຈົ້າພາບຈັດງານມະຫາກຳກິລາຂອງຊາດ.

Slide 1 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide 1 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide 2 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Scroll to Top