ກົມກິລາລະດັບສູງ, ກະຊວງສຶກສາທິການ ແລະ ກິລາ ຈັດປະຖົມນິເທດ ເຜີຍແຜ່ຂໍ້ມູນ ແລະ ຄວາມຮູ້ ກ່ຽວກັບການກະກຽມເດີນທາງ ຂອງທັບນັກກິລາທີມຊາດລາວ ກຽມລຸຍ ເອຊຽນເກມ ຄັ້ງທີ 20 ທີ່ ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 19 ກັນຍາ ຫາ 4 ຕຸລາ 2026 ທີ່ຈະເຖິງນີ້.
ການປະຖົມນິເທດດັ່ງກ່າວ ໄດ້ມີຂຶ້ນໃນຕອນບ່າຍຂອງວັນທີ 9 ກັນຍາ 2026, ທີ່ຫ້ອງປະຊຸມໃຫຍ່ ກະຊວງສຶກສາທິການ ແລະ ກິລາ (ຕຶກເຈົ້າອານຸວົງ) ໂດຍການເປັນປະທານ ແລະ ໂອ້ລົມຂອງ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັຍສູງ ທັງເປັນຫົວໜ້າຄະນະນັກກິລາລາວ ເຊິ່ງມີຄະນະນຳ, ຄູຝຶກ ແລະ ນັກກິລາ ກວ່າ 100 ຄົນ ເຂົ້າຮ່ວມ.
ທ່ານ ບຸນຍະແສງ ນະຊຽງຄຳ, ຫົວໜ້າພະແນກກວດກາ, ຕິດຕາມ ແລະ ປະເມີນຜົນ ຂອງກົມກິລາລະດັບສູງ ທັງເປັນຮອງຫົວໜ້າຄະນະນັກກິລາລາວ, ໄດ້ແນະນຳລາຍລະອຽດ ແລະ ຂັ້ນຕອນຕ່າງໆ ເຊັ່ນ: ການກະກຽມເອກະສານເດີນທາງທີ່ກ່ຽວຂ້ອງ, ລະບຽບການເຂົ້າຮ່ວມ, ຕາຕະລາງການເດີນທາງຂອງແຕ່ລະປະເພດກິລາ, ລະບຽບການດ້ານການກວດຄົນເຂົ້າເມືອງ (ການໃຊ້ບັດ AD Card / Pre-validated Cards), ຂໍ້ກຳນົດກ່ຽວກັບສະຖານທີ່ພັກເຊົາ (Villas, Cruise Ship, ແລະ ໂຮງແຮມ), ການບໍລິການອາຫານການກິນ, ລວມທັງມາດຕະການຄວາມປອດໄພ ແລະ ຂໍ້ຫ້າມຕ່າງໆຕາມລະບຽບການຂອງປະເທດເຈົ້າພາບ.
ໃນໂອກາດນີ້, ທ່ານ ສີຈັນ ຈິດຕະປັນຍາ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳ ໂດຍເນັ້ນໜັກໃຫ້ຄະນະນຳ, ຄູຝຶກ ແລະ ນັກກິລາທຸກທ່ານ ຍົກສູງຄວາມຮັບຜິດຊອບທາງການເມືອງ, ຮັກສາລະບຽບວິໄນຢ່າງເຂັ້ມງວດ, ເອົາໃຈໃສ່ຮັກສາສຸຂະພາບ ແລະ ຄວາມປອດໄພໃນລະຫວ່າງການເດີນທາງ ພ້ອມທັງ ຕັ້ງໜ້າຝຶກຊ້ອມ ແລະ ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມ ພາກພຽນ ຕາງໜ້າໃຫ້ປະເທດຊາດ ເພື່ອສ້າງຜົນງານ ແລະ ຍາດແຍ່ງ ເອົາໄຊຊະນະມາສູ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ ໃຫ້ມີຄວາມພາກພູມໃຈ.
ສປປ ລາວ ສົ່ງຄະນະນຳ, ຄະນະຮັບຜິດຊອບ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມງານມມະຫາກຳກິລາກິລາ ເອຊຽນເກມ ຄັ້ງທີ 20 ທັງໝົດ 15 ປະເພດກິລາ ຄື: ວູຊູ, ກະຕໍ້, ມວຍສາກົນ, ຈູຈິດຊູ, ກາຣາເຕໂດ, ລອຍນໍ້າ, ແລ່ນ-ລານ, ຍີມນາສະຕິກ, ຊັອບເທັນນິດ, ປິ່ງປ່ອງ, ດອກປີກໄກ່, ເທັກບອນ, ຟັນດາບ, ອີ-ສະປອດ ແລະ ເທຄວັນໂດ.
Slide 1 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide 2 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide 3 Heading
Lorem ipsum dolor sit amet consectetur adipiscing elit dolor
Click Here
Slide Heading
Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar dapibus leo.