
ທ່ານ ບຸນມາ ທຳມະວົງ ຫົວໜ້າພະແນກພັດທະນາກິລາ ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການແຕ່ງຕັ້ງເປັນຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ

ເມື່ອວັນທີ 3 ພະຈິກ ຜ່ານມາ ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ ໄດ້ມີພິທີມອບ-ຮັບຕຳແໜ່ງຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກາທິການ ແລະ ກິລາ ຂື້ນ. ພາຍໃຕ້ການເປັນປະທານ ແລະ ມອບໂດຍ ທ່ານ ກີ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສີຈັນ ຈິດຕະປັນຍາ ຫົວໜ໊າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ, ຮອງຫົວໜ໊າກົມຈັດຕັ້ງ ແລະ ພະນັກງານ, ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ, ຮອງຫົວໜ້າກົມມວນຊົນ, ພະລະ ແລະ ສິລະປະສຶກສາ, ແຂກຮັບເຊີນ ແລະ ພະນັກງານຂອງກົມ ເຂົ້າຮ່ວມຢ່າງພ້ອມພຽງ.



