ກົມກິລາລະດັບສູງ ກັບ ອົງການ ໄຈກ້າ ປຶກສາຫາລືກ່ຽວກັບວຽກງານກິລາ

       ເມື່ອວັນທີ 13 ມັງກອນ ຜ່ານມາ ທີ່ຫ້ອງການປະຊຸມກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ໄດ້ມີກອງປະຊຸມຮ່ວມກັບ ອົງການ ໄຈກ້າ ຂື້ນ, ໃຫ້ກຽດເປັນປະທານໂດຍ ທ່ານ ຈັນທະວົງ ປັນຍາສິລິ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ, ຫົວໜ້າພະແນກ ແລະ ຮອງພະແນກ ທັງ 5 ພະແນກ ເຂົ້າຮ່ວມ.

        ກອງປະຊຸມດັ່ງກ່າວ ແມ່ນໄດ້ມີການນຳສະເໜີກິດຈະກຳການເຄື່ອນໄຫວຂອງກົມກິລາລະດັບສູງ ລວມໄປເຖີງການນຳໃຊ້ສະໜາມກິລາເຈົ້າອານຸວົງ ໃນໄລຍະຜ່ານມາ.

Scroll to Top