
ເມື່ອວັນທີ 26 ທັນວາ 2024 ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ ໄດ້ມີການຈັດ ກອງປະຊຸມປະເມີນໜ່ວຍພັກ ແລະ ສະມາຊິກພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ຂອງໜ່ວຍພັກກົມກິລາລະດັບສູງ ຂື້ນ, ໃຫ້ກຽດເປັນປະທານໂດຍ ສະຫາຍ ສີຈັນ ຈິດຕະປັນຍາ ເລຂາໜ່ວຍພັກຮາກຖານກົມ, ວ່າການຫົວໜ້າກົມກິລາລະດັບສູງ, ສະຫາຍ ໜູໄກ ລາດສະວົງ ຄະນະໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ, ມີຄະນະໜ່ວຍພັກຮາກຖານກົມກິລາລະດັບສູງ ແລະ ສະມາຊິກພັກກົມ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ, ສະຫາຍ ສີຈັນ ຈິດຕະປັນຍາ ກໍ່ໄດ້ຂື້ນກ່າວເປີດພິທີ ແລະ ລາຍງານສະພາບໂດຍລວມຂອງໜ່ວຍພັກຮາກຖານກົມກິລາລະດັບສູງ ເປັນໜ່ວຍພັກຮາກຖານທີ່ຂື້ນກັບ ອົງຄະນະພັກກະຊວງສຶກສາ ທິການ ແລະ ກິລາ ຊຶ່ງໄດ້ຮັບການຮັບຮອງຕາມມະຕິຕົກລົງຂອງ ຄະນະພັກກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 472/ຄພສກ, ລົງວັນທີ 21 ພະຈິກ 2024. ໜ່ວຍພັກຮາກຖານກົມກິລາລະດັບສູງ ມີຄະນະພັກ 3 ສະຫາຍ, ຍິງ 1 ສະຫາຍ, ມີສະມາຊິກທັງໝົດ 33 ສະຫາຍ, ຍິງ 14 ສະຫາຍ, ບໍານານ 5 ສະຫາຍ, ຍິງ 1 ສະຫາຍ. ພິເສດໜ່ວຍພັກກົມກິລາລະດັບສູງ ມີສະຫາຍສະມາຊິກ 1 ສະຫາຍ ເປັນຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງສຶກສາ ທິການ ແລະ ກິລາ ສະໄໝທີ VIII ແລະ ໜ່ວຍພັກຮາກຖານກົມກິລາລະດັບສູງ ມີພາລະບົດບາດ ແລະ ໜ້າທີ່ເປັນແກນນໍາທາງດ້ານການເມືອງ ແນວຄິດ ແລະ ການຈັດຕັ້ງ ນໍາພາຖັນແຖວສະມາຊິກພັກ, ມະຫາຊົນ ກໍ່ຄືການຈັດຕັ້ງຂອງລັດ. ໜ່ວຍພັກກົມກິລາລະດັບສູງ ມີພາລະບົດບາດ ຊີ້ນໍາ-ນໍາພາ ບັນດາຂົງເຂດທີ່ຕົນຮັບຜິດຊອບ ປະກອບມີ 5 ພະແນກຄື : ພະແນກບໍລິຫານ ແລະ ຄົ້ນຄວ້າສັງລວມ, ພະແນກຈັດການແຂ່ງຂັນກິລາ, ພະແນກພັດທະນາກິລາ, ພະແນກປະສານງານກິລາ, ພະແນກກວດກາ, ຕິດຕາມ ແລະ ປະເມີນຜົນ ມີພະນັກງານທັງໝົດ ຈໍານວນ 30 ຄົນ, ຍິງ 15 ຄົນ. ນອກຈາກນີ້ຍັງໄດ້ຊີ້ນໍາດ້ານວິຊາການ ສະຖາບັນກິລາ-ກາຍຍະກໍາ, ສະໜາມກິລາແຫ່ງຊາດ (ຫຼັກ 16) ແລະ ສະຫະພັນກິລາແຫ່ງຊາດ ຈໍານວນ 49 ສະຫະພັນ. ພ້ອມກັນນັ້ນ, ສະຫາຍຍັງໄດ້ລາຍງານແຜນທິດທາງໃນຕໍ່ໜ້າ ນຳອີກ.






ນອກຈາກນັ້ນ, ໃນກອງປະຊຸມຍັງໄດ້ມີການຂື້ນລາຍງານບົດສຳຫຼວດໂດຍລວມຂອງແຕ່ລະຈຸ (5 ພະແນກ) ໂດຍຕາງໜ້າຂື້ນລາຍງານໂດຍ ສະຫາຍຫົວໜ້າພະແນກ.

















