ກອງປະຊຸມທາບທາມຄັດເລືອກບຸກຄະລາກອນ ດຳລົງຕຳແຫນ່ງປະເພດ 2 ຫົວຫນ້າກົມກິລາລະດັບສູງ

            ເມື່ອວັນທີ 1 ກໍລະກົດ ຜ່ານມາ ທີ່ຫ້ອງປະຊຸມ ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ໄດ້ມີກອງປະຊຸມທາບທາມຄັດເລືອກບຸກຄະລາກອນ ດຳລົງຕຳແຫນ່ງປະເພດ 2 ຫົວຫນ້າກົມກິລາລະດັບສູງ ຂື້ນ. ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ແສງພອນ ພົນອາມາດ ຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ, ເລຂາຄະນະພັກຮາກຖານກົມກິລາລະດັບສູງ, ເລຂາໜ່ວຍພັກກົມກິລາລະດັບສູງ, ຫົວໜ້າກົມກິລາລະດັບສູງ, ສະຫາຍ ບຸນມີ ຈັນທະອຸດົມ ຄະນະບໍລິຫານງານພັກກະຊວງ, ປະທານກວດກາພັກ, ຫົວຫນ້າກົມກວດກາ, ມີ ຮອງຫົວຫນ້າກົມຈັດຕັ້ງ ແລະ ພະນັກງານ, ຮອງຫົວຫນ້າກົມກິລາລະດັບສູງ, ຫົວຫນ້າພະແນກ, ຮອງພະແນກ, ສາມະຊິກພັກກົມ ແລະ ພະນັກງານວິຊາການ ເຂົ້າຮ່ວມ.

         ໂອກາດດັ່ງກ່າວ, ສະຫາຍ ແສງພອນ ພົນອາມາດ ກໍ່ໄດ້ລາຍງານຕໍ່ກອງປະຊຸມ ແລະ ເປັນກຽດຢ່າງສູງ ທີ່ໄດ້ມີໂອກາດຕ້ອນຮັບທາງກົມກວດກາ ແລະ ກົມຈັດຕັ້ງ ແລະ ພະນັກງານ. ເຊິ່ງໄລຍະຜ່ານມາ ກົມກິລາລະດັບສູງ ແມ່ນໄດ້ມີການສຸມໃສ່ຫນ້າວຽກຢ່າງຕັ້ງຫນ້າ ເພື່ອໃຫ້ສຳເລັດຕະຫລອດມາ. ນອກຈາກນັ້ນ, ທາງກົມກິລາລະດັບສູງ ຍັງໄດ້ເອົາໃຈໃສ່ສົ່ງເສີມພະນັກງານໄປສຶກສາຕໍ່ທັງພາຍໃນ ແລະ ຕ່າງປະເທດ ຢ່າງຕໍ່ເນື່ອງ ແລະ ຍັງໄດ້ເອົາໃຈໃສ່ສະໜັບສະໜູນວຽກງານການສ້າງຕັ້ງແລະປັບປຸງບັນດາສະຫະພັນກິລາແຫ່ງຊາດ.

         ຂະນະທີ່ ສະຫາຍ ບຸນມີ ຈັນທະອຸດົມ ກໍ່ໄດ້ກ່າວຈຸດປະສົງ ການທາບທາມບຸກຄະລາກອນ ດຳລົງຕຳແຫນ່ງຫົວຫນ້າກົມກິລາລະດັບສູງ ເພື່ອໃຫ້ມີຜູ້ສຶບທອດດຳລົງຕຳແຫນ່ງ ແບບປະຊາທິປະໄຕຂອງພັກ ໃນວຽກງານຂອງບຸກຄະລາກອນ ແລະ ເພື່ອເລືອກເຟັ້ນບຸກຄະລາກອນທີ່ຢູ່ໃນເງື່ອນໄຂ, ມີຄວາມພ້ອມ ໃນການດຳເນີນຕຳແຫນ່ງ ເພື່ອນຳພາວຽກງານກົມກິລາລະດັບສູງ ໄປຕໍ່ໃນຂ້າງຫນ້າ. ພ້ອມກັນນັ້ນ ສະຫາຍຍັງໄດ້ຜ່ານມາດຖານ 461 ແລະ ແນະນຳການທາບທາມບຸກຄະລາກອນ ດຳລົງຕຳແຫນ່ງປະເພດ 2 ຫົວຫນ້າກົມ.

Scroll to Top