ເປີດຢ່າງເປັນທາງການ ກອງປະຊຸມກິລາລະດັບສູງທົ່ວປະເທດ ປະຈຳປີ 2024 ແລະ ແຜນຕໍ່ຫນ້າ 2025

ກອງປະຊຸມດັ່ງກ່າວ ແມ່ນໄດ້ຈັດຂື້ນໃນວັນທີ 26-28 ກຸມພາ 2025 ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ ໃຫ້ກຽດເປັນປະທານໂດຍ ທ່ານ ສີຈັນ ຈິດຕະປັນຍາ ວ່າການຫົວຫນ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມມວນຊົນ, ພະລະ ແລະ ສີລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຮອງຫົວໜ້າກົມ, ຫົວໜ້າພະແນກສຶກສາທິການ ແລະ ກິລາ, ຮອງພະແນກ, ຫົວໜ້າຂະແໜງກິລາ ຈາກ 17 ແຂວງ 1 ນະຄອນຫລວງ, ປະທານ, ຮອງປະທານ, ເລຂາທິການ ຈາກບັນດາສະຫະພັນກິລາແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ
ໃນວາລະຂອງມື້ທຳອິດ (26 ກຸມພາ) ແມ່ນຈະເປັນການແບ່ງກຸ່ມຄົ້ນຄວ້າ ຕາມແຕ່ລະຫົວຂໍ້ເນື້ອໃນຂອງຮ່າງແຜນຍຸດທະສາດກິລາລາວ
Scroll to Top