
ເມື່ອວັນທີ 13 ກຸມພາ 2025 ທີ່ຫ້ອງປະຊຸມ ກະຊວງສຶກສາທິການ ແລະ ກິລາ (ຕຶກເຈົ້າອານຸວົງ) ໃຫ້ກຽດເປັນປະທານໂດຍ ທ່ານ ສີຈັນ ຈິດຕະປັນຍາ ວ່າການແທນຫົວໜ້າກົມກິລາລະດັບສູງ, ທ່ານ ນາງ ລີປາເອ່ຍ ລີບົວປ່າວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ມີຮອງຫົວໜ້າກົມກິລາລະດັບສູງ, ບັນດາປະທານ, ຮອງປະທານ, ເລຂາທິການຂອງສະຫະພັນກິລາແຫ່ງຊາດ ທັງໝົດ 33 ປະເພດກິລາ ເຂົ້າຮ່ວມ ຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ແມ່ນຈັດຂື້ນເປັນຄັ້ງທຳອິດ ເພື່ອເປັນການຄົ້ນຄວ້າ ແລະ ປຶກສາຫາລື ໃນການກຳນົດລະບຽບຂອງການແຂ່ງຂັນ, ວັນເວລາ ແລະ ລາຍການແຂ່ງຂັນຂອງທັງໝົດ 33 ປະເພດກິລາ ໃຫ້ມີຄວາມພ້ອມ, ຄວາມສະດວກ ແລະ ສອດຄ່ອງກັບຂໍ້ກຳນົດວ່າດ້ວຍການຈັດງານມະຫະກຳກິລາແຫ່ງຊາດ ເພື່ອໃຫ້ການແຂ່ງຂັນດຳເນີນໄປໄດ້ດ້ວຍມາດຕະຖານ ແລະ ຜົນສຳເລັດອັນຈົບງາມ.

ສຳລັບ 33 ປະເພດກິລາ ທີ່ຈະຈັດການແຂ່ງຂັນໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ໃນເບື້ອງຕົ້ນ ປະກອບມີ ກິລາແລ່ນ-ລານ , ລອຍນ້ຳ , ບານເຕະຍິງຊາຍ-ຟຸດຊໍຊາຍ , ດອກປິກໄກ່ , ມວຍສາກົນ , ເທຄວັນໂດ , ມວຍລາວ , ຢູໂດ , ບານສົ່ງໃນຮົ່ມ-ຫາດຊາຍ, ເທັນນິດ, ຊ໋ອບເທັນນິດ, ບານບ້ວງ , ຍິງປືນ , ກະຕໍ້-ຊິນລອນ , ເປຕັງ , ປິ່ງປ່ອງ , ເຮືອຊ່ວງ , ຄາຣາເຕໂດ , ປັນຈັກສີລັດ , ມວຍປ້ຳ , ວູຊູ (ຊັນຊາວ) , ໜ້າເກັກ-ຍິງທະນູ , ໝາກຂ່າງ, ກ໋ອຟ , ໝາກແລ້ , ໝາກເສິກ , ລົດຖີບ , ສະຫນຸກເກີ້ , ໂບລີ້ງ , ເພາະກາຍ , ຣັກບີ້ , ອີສະປອດ , ຍົກນ້ຳຫນັກ ແລະ ດືງເຊືອກ . ແລະ ອີກ 2 ປະເພດກິລາສາທິດຄື ກິລາເຕັ້ນ ແລະ ເບສບໍສຳລັບ ກອງປະຊຸມຄັ້ງນີ້ ແມ່ນເປັນການຄົ້ນຄວ້າຄັ້ງທຳອິດ ອາດຈະມີການປ່ຽນແປງມື້ແຂ່ງຂັນ, ປະເພດກິລາ ແລະ ລາຍການແຂ່ງຂັນ. ສະນັ້ນ ໃນກອງປະຊຸມຍັງໄດ້ຕົກລົງກັນໃຫ້ 33 ສະຫະພັນກິລາແຫ່ງຊາດລາວ ສົ່ງລະບຽບການແຂ່ງຂັນ ບໍ່ໃຫ້ກາຍວັນທີ 28 ກຸມພາ 2025.



