
ເມື່ອວັນທີ 4 ພະຈິກ 2025 ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ ໄດ້ມີການຈັດອົບຮົມການລາຍງານຜົນຂອງງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກ 2025.


ການຝຶກອົບຮົບຄັ້ງນີ້, ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ປອ ສອນເພັດ ຈັນດານຸວົງ ຫົວໜ້າອານຸກຳມະການຂື້ນທະບຽນ, ອອກບັດ ແລະ ລາຍງານຜົນ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ, ພ້ອມດ້ວຍຄະນະ, ຜູ້ຮັບຜິດຊອບວຽກງານລາຍງານຜົນທີ່ມາຈາກສະຫະພັນກິລາແຫ່ງຊາດ ຕ່າງໆ ທີ່ທຳການແຂ່ງຂັນໃນງານມະຫາກຳກິລາແຫ່ງຊາດ ຄັ້ງນີ້.
ການຝຶກອົບຮົມໃນຄັ້ງນີ້, ແມ່ນໄດ້ຮັບກຽດຂື້ນເປັນບັນຍາ ແລະ ເປັນວິທະຍາກອນໂດຍ ທ່ານ ປອ ໃຈລາສີ ຍໍພັນໄຊ ຮອງຫົວໜ້າອານຸກຳມະການຂື້ນທະບຽນ, ອອກບັດ ແລະ ລາຍງານຜົນ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ. ເຊີ່ງການອົບຮົມແມ່ນໄດ້ມີການແນະນຳ ແລະ ອະທິບາຍ ການເຂົ້າລະບົບລາຍງານຜົນ ແລະ ການນຳໃຊ້ລະບົບ ໃຫ້ຖືກຕ້ອງ ແລະ ເປັນໄປຕາມຂັ້ນຕອນ ທີ່ກຳນົດໄວ້ໃຫ້.
ສຳລັບ ການອົບຮົບດັ່ງກ່າວ ແມ່ນໃຊ້ເວລາພຽງ 1 ວັນ. ນອກຈາກນັ້ນ, ທ່ານຜູ້ຮັບຜິດຊອບກອງປະຊຸມຍັງໄດ້ແນະນຳໃຫ້ບັນດາສະຫະພັນກິລາແຫ່ງຊາດລາວ ຈັດຝຶກອົບຮົມການລາຍງານຜົນ ກ່ອນການແຂ່ງຂັນຈະເລີ່ມຂື້ນ ໃຫ້ແກ່ຜູ້ຮັບຜິດຊອບຂອງກິລາຕົວເອງ ແລະ ເນັ້ນໜັກສະເໜີໃຫ້ມີຕາງໜ້າຄະນະອານຸກຳມະການຂື້ນທະບຽນ, ອອກບັດ ແລະ ລາຍງານຜົນ ເຂົ້າຮ່ວມນຳ ເພື່ອເປັນການຢັ້ນຢືນ.




