
ເມື່ອວັນທີ 8 ມັງກອນ ຜ່ານມາ ຢູ່ທີ່ຫ້ອງປະຊຸມກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ (ຕຶກເຈົ້າອານຸວົງ) ກົມກິລາລະດັບສູງ ໄດ້ມີການຈັດກອງປະຊຸມສະຫຼຸບຜົນການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດຍຸດທະສາດ ແລະ ວຽກຈຸດສຸມຂອງກິລາ-ກາຍຍະກຳ (ວຽກງານກິລາລະດັບສູງ) ທີ່ຢູ່ໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 ປີ ໃນປີ 2021-2025 ຂື້ນ. ໃຫ້ກຽດເປັນປະທານໂດຍ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ, ມີຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ, ຕາງໜ້າຈາກສະຖາບັນກິລາ-ກາຍຍະກຳ, ສະໜາມກິລາແຫ່ງຊາດ ຫຼັກ 16, ຄະນະວິທະຍາສາດການກິລາ ມະຫາວິທະຍາໄລແຫ່ງຊາດ ແລະ ພະນັກງານຂອງກົມກິລາລະດັບສູງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ສີຈັນ ຈິດຕະປັນຍາ ກໍ່ໄດ້ກ່າວເປີດພິທີ ແລະ ແນະນຳໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ເຂົ້າໃຈໃນກອງປະຊຸມຄັ້ງນີ້ ແມ່ນກອງປະຊຸໃແບບວິຊາການ ຂໍໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ມີຄຳຄິດຄຳເຫັນ ແລະ ປະກອບສ່ວນໃນແຜນພັດທະນານີ້ ໃຫ້ມີປະສິດຕິພາບ ແລະ ມີຜົນຕອບຮັບທີ່ດີທີ່ສຸດແກ່ວຽກງານກິລາ-ກາຍຍະກຳ.




